(vovworld) - ວັນທີ 03/11, ຂ້າຫຼວງໃຫຍ່ສະຫະປະຊາຊາດ ກ່ຽວກັບຊາວລີ້ໄພ (UNHCR) ໄດ້ແຈ້ງວ່າ, ມີກ່ຳປັ່ນລຳໜຶ່ງທີ່ຂົນສົ່ງຊາວລີ້ໄພ 140 ຄົນຖືກຈົມນ້ຳ ພາຍຫຼັງເດີນເຮືອອອກຈາກລີບີ ພຽງໃນເວລາ 2 – 3 ຊົ່ວໂມງ, ເຮັດໃຫ້ 100 ກວ່າຄົນຖືກຫາຍສາບສູນ ແລະ ມີພຽງ 29 ຄົນລອດຕາຍ. ກ່ຳປັ່ນກູ້ໄພກູ້ຊີບ Siem Pilot ຂອງ ນອກແວ ໄດ້ສຳຜັດກັບສະຖານທີ່ເກີດເຫດໂດຍໄວ ແລະ ກອບກູ້ເອົາບັນດາຜູ້ລອດຕາຍ. ຫຼັງຈາກນັ້ນ, ກຳລັງປ້ອງກັນຝັ່ງທະເລອີຕາລີ ໄດ້ຂົນສົ່ງບັນດາຜູ້ລອດຕາຍນີ້ໄປຍັງເກາະ Lampedusa, ໃນອາການສຸຂະພາບອ່ອນເພຍຍ້ອນລອຍນ້ຳເປັນຫຼາຍຊົ່ວໂມງ. ປະຈຸບັນ, ກ່ຳປັ່ນກູ້ໄພກູ້ຊີບໄດ້ເອົາສາກສົບຊາວລີ້ໄພຂຶ້ນບົກແລ້ວ 12 ຄົນ.