ກວ່າ 100.000 ເທື່ອຄົນ ເຂົ້າຢ້ຽມສູ້ສານປະທານໂຮ່ຈິມິນໃນໂອກາດວັນ 30/04 ແລະ 01/05
(ພາບປະກອບ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2015) ແລະ ວັນກຳມະກອນສາກົນ 01/05, ມີປະຊາຊົນ, ນັກຮົບ, ເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ມານະຄອນຫຼວງຮ່າໂນ້ຍ, ຢ້ຽມຢາມກຸ່ມປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດິ່ງ; ສຸສານປະທານໂຮ່ຈິມິນ, ເຂດປູຊະນີຍະສະຖານໂຮ່ຈິມິນ ຢູ່ຫໍປະທານປະເທດ, ຫໍພິພິດຕະພັນໂຮ່ຈິມິນ ໃນລະຫວ່າງວັນທີ 28 – 30/04, ແລະ ວັນທີ 02 – 03/05. ມີປະຊາຊົນກວ່າ 109.000 ເທື່ອຄົນໄດ້ເຂົ້າຢ້ຽມສູ້ສານປະທານໂຮ່ຈິມິນ, ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດເກືອບ 11.500 ເທື່ອຄົນ.