(vovworld) - ຕອນບ່າຍວັນທີ 11/02, ຄະນະຄຸ້ມຄອງໂຄງການ 2, ກະຊວງຄົມມະນາຄົມຂົນສົ່ງ ແລະ ອົງການຮ່ວມສຳພັນບັນດາບໍລິສັດຮັບເໝົາຕິດຕັ້ງກໍ່ສ້າງຍີ່ປຸ່ນ ແລະ ຫວຽດນາມ ໄດ້ລົງນາມໃນສັນຍາຮັບເໝົາໂຄງການເສັ້ນທາງລົດໂອໂຕ ເຕີນວູ - ແລກຮ້ວຽນ ຂອງຫວຽດນາມ. ໂຄງການນີ້ ແມ່ນສ່ວນໜຶ່ງຂອງ ໂຄງການກໍ່ສ້າງພື້ນຖານໂຄງລ່າງກໍ່າປັ່ນ ແລກຮ້ວຽນ, ເຊື່ອມຕໍ່ລະຫວາງບັນດາເຂດພວມພັດທະນາທາງທິດຕາເວັນອອກນະຄອນຫາຍຟ່ອງ ກັບທ່າກຳປັ່ນສາກົນ ຫາຍຟ່ອງ, ເຂດອຸດສາຫະກຳ ດິ່ງວູ - ກ໋າດຫາຍ ແລະ ບັນດາເຂດແລວເສດຖະກິດຈຸດສຸມຂອງພາກເໜືອຫວຽດນາມ.
ໂຄງການເສັ້ນທາງລົດໂອໂຕ ເຕີນວູ - ແລກຮ້ວຽນ ນຳໃຊ້ທຶນ ODA ຂອງລັດຖະບານຍີ່ປຸ່ນ ແລະ ທຶນສົມທົບຂອງລັດຖະບານຫວຽດນາມ ດ້ວຍຍອດຈຳນວນລົງທຶນເກືອບ 12.000 ຕື້ດົງ. ຂົວມີລວງຍາວກ່ວາ 15 ກມ ຕັ້ງຜ່ານບໍລິເວັນແຂວງ ອານຫາຍ ແລະ ເມືອງ ກ໋າກຫາຍ ຂອງນະຄອນຫາຍຟ່ອງ. ພາຍຫຼັງດຳນີນການກໍ່ສ້າງສຳເລັດ, ຂົວ ເຕີນວູ - ແລກຮ້ວຽນ ຈະແມ່ນຂົວຂ້າມທະເລທີ່ຍາວກວ່າໝູ່ຂອງຫວຽດນາມ ແລະ ກໍ່ແມ່ນຂົວຂ້າມທະເລໃຫຍ່ກວ່າໝູ່ຢູ່ອາຊີຕາມເວັນອອກສ່ຽງໃຕ້.