ກໍ່ສ້າງຊົນນະບົດໃໝ່ຕ້ອງຮັບປະກັນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ

ກໍ່ສ້າງຊົນນະບົດໃໝ່ຕ້ອງຮັບປະກັນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ - ảnh 1
(ທ່ານ​ນາງ​ ຫງວຽນ​ທິ​ກິມເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​
ຢ້ຽມ​ຢາມ​ຕາ​ແສງຢາ​ກາດ)

(vovworld) –​ ຕ້ອງ​​ຮັກ​ສາ​ບັນ​ດາ​ຮູ​ບແບບ​ຊົນ​ນະ​ບົດ​ໃໝ່; ໃນ​ວຽກ​ງານ​​ບໍ​ລິ​ຫານ, ການ​ນຳ​ຕ້ອງ​ໃກ້​ຊິດຕິດ​ແທດ​ກັບ​ປະ​ຊາ​ຊົນ, ຕິ​ດແທດ​​​ກັບພື້ນ​ຖານ, ສ້າງ​​ຄວາມເຫັນ​ດີ​ເຫັນ​ພ້ອມ ໃນ​​ໝູ່ປະ​ຊາ​ຊົນ ແລ​ະ  ຍົກ​ສູງ​​ຊີ​ວິດການ​ເປັນ​ຢູ່ ​ຂອງ​ປະ​ຊາ​ຊົນຢ່າງ​ແທ້​ຈິງ. ນີ້​ແມ່ນ​ບັນ​ດາ​​ຄຳ​ຊີ້​ນຳ​ຂອງ ທ່ານ​ນາງ​ ຫງວຽນ​ທິ​ກິມເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເມື່ອ​ເຮັດ​ວຽກກັບ​ການ​ນຳ​ແຂວງ​​ຕາ​ແສງຢາ​ກາດ, ການ​ນຳ​ເມືອງ​ກາວ​​ໂລກ, ແຂວງ​ລ່າງ​ເຊີນ ​ໃນຕອນ​ເຊົ້າ​ວັນ​ທີ 20/6. ທ່ານ​ ນາງ​ ຫງວຽນ​ທິ​ກິມເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ ​ເຊິ່ງ​ຕາ​ແສງຢາ​ກາດ ​ບັນ​ລຸໄດ້, ນີ້​ແມ່ນ​ຕາ​ແສງໜຶ່ງ​ດຽວ​ໃນ​ເມືອງ ​ທີ່ບັນ​ລຸ​ໄດ້ 19 ມາດ​ຖານ​ຊົນ​ນະ​ບົດ​ໃໝ່. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເພື່ອ​ຮັກ​ສາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ, ທ່ານ​ ນາງ​ ຫງວຽນ​ທິ​ກິມເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຽກ​ຮ້ອງ​ການ​ນຳ​​ຕາ​ແສງ ຕ້ອງ​ຮັກ​ສາ​ບັນ​ດາ​ຮູບ​ແບບ​ຊົນ​ນະ​ບົດ​ໃໝ່. ການ​ນຳ​ຕາ​ແສງ​ຢາ​ກາດ ຕ້ອງ​ຄົ້ນ​ຄ້​ວາຫຼາຍ​ຮູບ​ແບບ​ການ​ຜະ​ລິດ​ທີ່​ອຸ​ດົມ​ສົມ​ບູນ, ເໝາະ​ສົມ​ກັບ​​ຕະຫຼາດ, ຫັນ​ຜະ​ລິດຕະ​ພັນເປັນຫຼາຍ​ຮູບ​ແບບ, ຮັບ​ປະ​ກັນ​​ສົ້ນ​ອອກ ​ໃຫ້​ປະ​ຊາ​ຊົນ​ເປັ​ນ​ຢ່າງ​ດີ.

ກ່ອນ​ໜ້ານັ້ນ, ທ່ານ​ ນາງ​ ຫງວຽນ​ທິ​ກິມເງິນ​ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ໄປ​ຢ້ຽມ​ຢາມ​ ບັນ​ດາ​ຄອບ​ຄົວ​ປະ​ຊາ​ຊົນ​ປູກ​ໝາກ​ເຜັດ ຢູ່​ບ້ານ​ບັກ​ດົງ 2, ຕາ​ແສງ​ຢາ​ກາ​ດ, ເມືອງ​ກາວ​ໂລກ.

ຂ່າວ/ບົດ​ອື່ນ