ກໍ່ສ້າງລະບົບຊີວະພາບດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ

ກໍ່ສ້າງລະບົບຊີວະພາບດຳເນີນທຸລະກິດຢ່າງມີຫົວຄິດປະດິດສ້າງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ກໍ່ສ້າງ​ລະບົບຊີວະ​ພາບ
ດຳ​ເນີນ​ທຸລະ​ກິດຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ“​
(ພາບ: dangcongsan.vn)


(vovworld) - ວັນ​ທີ 13/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ກໍ່ສ້າງ​ລະບົບຊີວະ​ພາບດຳ​ເນີນ​ທຸລະ​ກິດຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ“​. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ ລ້ວນ​​ແຕ່​ຖື​ວ່າ​ກອງ​ທຶນ​ສ່ຽງ​ໄພ​ຕ້ອງການ​ບົດບາດ​ຂອງ​ລັດ​ ​ເປັນ​ນັກ​ລົງທຶນ​ທຳ​ອິດ ​ແລະ ​ເມື່ອ​ກອງ​ທຶນ​ນີ້​ເຄື່ອນ​ໄຫວ​ຢ່າງ​ເປັນ​ປົກກະຕິ, ມີ​ປະສິດທິ​ຜົນ​ຢ່າງ​ແນ່ນອນ​ແລ້ວ, ​ຈະ​ມີ​ບົດບາດ​ຄຸ້ມ​ຄອງ, ປະກາດ​ໃຊ້​ກົນ​ໄກ, ນະ​ໂຍບາຍ, ສ້າງ​ສະພາບ​ແວດ​ລ້ອມ​ນິຕິ​ກຳ​ໃຫ້​ກອງ​ທຶນ​ເຄື່ອນ​ໄຫວ. ທ່ານ​ລັດຖະມົນຕີ​ວ່າການກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫງວຽນ​ກວນ, ​ໃຫ້​ຮູ້​ວ່າ:

        “ດ້ວຍ​ການ​ຄົ້ນ​ຄ້ວາ, ຮ່ຳຮຽນ​ເອົາ​ບົດຮຽນ​ຈາກ​ບັນດາ​ປະ​ເທດ​ພັດທະນາ, ພວກ​ເຮົາ​ສາມາດ​ຖອນ​ເວລາ​ບັນລຸ​ຄາດໝາຍ​ຂອງ​​ໂຄງການ ຮ່ອມ​ພູ​ຊີ​ລີ​ກົນ ​ຫວຽດນາມ ລົງ​ໄດ້ ​ແລະ​ ໃນ​ໄລຍະ​ບໍ່​ດົນ​ອີກ, ພວກ​ເຮົາ​ຈະ​ມີ​ກອງ​ທຶນ​ສ່ຽງ​ໄພ​ເຕັກ​ໂນ​ໂລ​ຢີສູງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກົດໝາຍ​ວ່າ​ດ້ວຍ​ເຕັກ​ໂນ​​ໂລ​ຢີສູງ. ພ້ອມ​ກັນ​ນັ້ນ, ​ຈະ​ສ້າງ​ກອງ​ທຶນ​ສ່ຽງ​ໄພຂອງບັນດາ​ພາກສ່ວນ​ເສດຖະກິດ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ຫຼາຍ​ວິ​ສາ​ຫະກິດ​ດຳ​ເນີນ​ທຸ​ລິ​ກິດ​ສຳ​ເລັດ​ຜົນ… ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ກໍ່​ຄື​ພາລະກິດ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ“.

        ​ໂດຍ​ໄດ້​ຮັບ​ການ​​ເລີ່​ມຕົ້ນ​ແຕ່​ເດືອນ 10/2013, ​ແຜນ​ຮ່າງ​ຫັນ​ເຕັກ​ໂນ​ໂລ​ຢີ​ເປັນ​ການ​ຄ້າ ຕາມ​ຮູບ​ແບບ​ຮ່ອມ​ພູ ຊີ​ວີ​ກົນ ຢູ່​ຫວຽດນາມ ​ໄດ້​ເລືອກ​ເຟັ້ນ 9 ກຸ່ມ​ດຳ​ເນີນ​ທຸລະ​ກິດ ​ແລະ ​ແຕ່​ລະ​ກຸ່ມ​ໄດ້ຮັບ​​ເງິນລົງທຶນ 10.000 USD​; ພ້ອມກັນນັ້ນ​​ແມ່ນສ້າງ​ຕັ້ງ​ກອງ​ທຶນ​ສັງຄົມ​ທີ່​ສະຫງວນ​ໃຫ້ການສ້າງ​ວິ​ສາ​ຫາ​ກິດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ