ກອງທັບອາເມລິກາແລະລັດເຊຍເຈລະຈາໂດຍກົງທາງເຄືອຂ່າຍອິນເຕີແນດກ່ຽວກັບຊີຣີ
ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ແລະ
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry
(ພາບ: ABC News)
(vovworld) – ກະຂວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ຄ່ຳຄືນວັນທີ 1/10, ກອງທັບ ອາເມລິກາ ແລະ ລັດເຊຍ ໄດ້ຈັດຕັ້ງໂອ້ລົມສົນທະນາທາງເຄືອຂ່າຍອິນເຕີແນັດ, ແນໃສ່ຊອກຫາບັນດາມາດຕະການເພື່ອຫຼີິກລ້ຽງການປະທະກັນ ເມື່ອ 2 ປະເທດພວມດຳເນີນການບຸກໂຈມຕີທາງອາກາດ ຕ້ານອົງການການກໍ່ການຮ້າຍລັດອິດສະລານ (IS) ອ້າງຊື່ເອງຢູ່ ຊີຣີ. ໃນວັນດຽວກັນ, ສຳນັກຂ່າວສານ RIA Novosti ໄດ້ຄັດຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູ ຈະຊັ່ງຊາທຸກຂໍ້ສະເໜີຂອງອຳນາດການປົກຄອງ ອີຣັກ ທີ່ກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດໃສ່ກຸ່ມ IS.
ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ກໍ່ແຈ້ງໃຫ້ຮູ້ວ່າ ປະເທດນີ້ໄດ້ສົ່ງເຮືອບິນສູ້ຮົບ ແລະ ຍົນເຮລິກອບເຕີ ກ່ວາ 50 ຄັນພ້ອມກົມກອງທະຫານທະເລ, ທະຫານຕ່າງໆເຖິງ ຊີຣີ ເພື່ອໜູນຊ່ວຍອຳນາດການປົກຄອງຂອງປະທານາທິບໍດີ Bashar Al Assad ຕ້ານ IS. ລັດເຊຍ ກໍໄດ້ເປີດກ້ວາງຖານທີ່ໝັ້ນກອງທັບເຮືອຢູ່ນະຄອນທ່າກ່ຳປັ່ນ Tartus ແລະ ສ້າງຕັ້ງຖານທີ່ໝັ້ນທະຫານຢູ່ນະຄອນ Latakia ຂອງ ຊີຣີ. ກອງທັບ ຊີຣີ ຖືວ່າ: ບັນດາບັ້ນບຸກໂຈມຕີທາງອາກາດຂອງ ລັດເຊຍ ຈະສ້າງ “ການປ່ຽນແປງໃຫຍ່” ກ່ຽວກັບທ່າຮົບໃນການສູ້ຮົບຕ້ານ IS ຢູ່ປະເທດນີ້.