(vovworld) – ວັນທີ 28/05, ອຳນາດການປົກຄອງການທະຫານໄທ ໄດ້ປ່ອຍຕົວບັນດາຫົວໜ້າຂອງແນວໂຮມປະຊາທິປະໄຕ ຕ້ານພະເດັດການ (UDD) ຫຼືເອື້ນວ່າຂະບວນການຝ່າຍເສື້ອແດງ, ເຊິ່ງເປັນພັນທະມິດຂອງລັດຖະບານພົນລະເຮືອນຖືກໂຄ່ນລົ້ມໃນການລັດຖະປະຫານເມື່ອ ອາທິດກ່ອນ, ພາຍຫຼັງຈັບຕົວເຂົາເຈົ້າເກືອບອາທິດໜຶ່ງເຊິ່ງບໍ່ມີການກ່າວຫາໃດໆ.
ກອງທັບໄທ ໃຫ້ຮູ້ວ່າ, ບັນດາຜູ້ຖືກຈັບຕົວ ແລະ ຫຼັງຈາກນັ້ນໄດ້ປ່ອຍຕົວນັບແຕ່ຈຸດເວລາທີ່ກອງທັບຮັບສິດກຳອຳນາດຕ້ອງລົງນາມເອກະສານໃຫ້ຄຳໝັ້ນສັນຍາຢຸດຕິການເຄື່ອນໄຫວດ້ານການເມືອງ.
ໃນຂະນະນັ້ນ, ໜັງສື່ພິມ “ໄປສະນີບາງກອກ” (Bangkok post) ໄດ້ຄັດແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ທ່ານນາງອະດີດນາຍົກລັດຖະມົນຕີ ຍິງຣັກ ຊິນນະວັດ ຍັງຢູ່ບາງກອກ ແລະ ບໍ່ຖືກຄວບຄຸມຢູ່ເຮືອນສ່ວນຕົວ. ທ່ານນາງຍິງຣັກ ສາມາດໄປມາຢ່າງເສລີຢູ່ພາຍໃນປະເທດ, ແຕ່ບໍ່ໄດ້ອອກຈາກໄທ ແລະ ເມື່ອຢາກອອກຈາກນະຄອນຫຼວງບາງກອກ ຕ້ອງແຈ້ງໃຫ້ອຳນາດການປົກຄອງຮັບຊາບ.