ກອງທັບ ຊີຣີ ເພີ່ມທະວີການກວດລ້າງບັນດາມືປືນ IS

(VOVWORLD) -ວັນທີ 19 ສິງຫາ, ກອງທັບ ຊີຣີ ໄດ້ຜັນຂະຫຍາຍກໍາລັງທະຫານ ແລະ ຍານພາຫະນະການທະຫານໄປຍັງເຂດທະເລຊາຍ Badiyeh ຂຶ້ນກັບແຂວງ Deir Ezzor ເພື່ອແນໃສ່ເພີ່ມທະວີກຳລັງໃຫ້ລັດຖະບານເພື່ອຕໍ່ສູ້ຕ້ານທະຫານແຕກທັບຂອງອົງການ IS ຢູ່ແຂວງນີ້. 
ກອງທັບ ຊີຣີ ເພີ່ມທະວີການກວດລ້າງບັນດາມືປືນ IS - ảnh 1(ພາບປະກອບ:  THX/TTXVN) 

ກອງທັບ ຊີຣີ ໄດ້ຜັນຂະຫຍາຍຂະບວນລົດໃຫຍ່ທີ່ຂົນສົ່ງກຳລັງຈາກເທດສະບານ Al Mayadeen ທາງທິດຕາເວັນຕົກແມ່ນ້ຳ Euphrates ມຸ່ງໄປສູ່ເຂດຊາຍແດນຕິດກັບເທດສະບານ Albu Kamal, ທາງຕາເວັນອອກສ່ຽງໃຕ້ Deir Ezzor ເພື່ອແນໃສ່ເພີ່ມທະວີກໍາລັງໃຫ້ບັນດາຖານທີ່ໝັ້ນຂອງກຳລັງລັດຖະບານ Badiyeh.

        ປະຈຸບັນ, ກຳລັງກອງທັບ ຊີຣີ ພວມດຳເນີນບັນດາບັ້ນບຸກໂຈມຕີ, ກວາດລ້າງພວກທະຫານແຕກທັບ IS ຢູ່ຫຼາຍເຂດພາກຂອງປະເທດນີ້. ຕາມບົດລາຍງານຫຼ້າສຸດຂອງ ສປຊ ແລ້ວ, ມີມືປືນ IS ປະມານ 30.000 ຄົນ ພວມເຄື່ອນໄຫວຢູ່ ອີຣັກ ແລະ ຊີຣີ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ