ກອງ​ທັບ ບວກກິນາຟາໂຊ ປົດ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສຳ​ລັບ ທ່ານ Roch Marc Kabore

(VOVWORLD) -ຖະແຫຼງການໂດຍ ທ່ານພັນໂທ Paul-Henri Sandaogo Damiba ລົງນາມ ແລະ ນາຍທະຫານຄົນໜຶ່ງ ໄດ້ອ່ານຜ່ານຊ່ອງໂທລະພາບແຫ່ງຊາດ ບວກກິນາຟາໂຊ ທີ່ມີເນື້ອໃນຢັ້ງຢືນວ່າ ການ “ຢຶດຄຸ້ມຄອງສິດບໍລິຫານ” ໄດ້ປະຕິບັດ ໂດຍບໍ່ມີການໃຊ້ຄວາມຮຸນແຮງ ແລະ ບັນດາຜູ້ທີ່ຖືກກັກຕົວ ກໍພວມຢູ່ເຂດປອດໄພ
ກອງ​ທັບ ບວກກິນາຟາໂຊ ປົດ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສຳ​ລັບ ທ່ານ Roch Marc Kabore - ảnh 1ທ່ານ ຮ້ອຍເອກ Sidsore Kader Ouedraogo, ໂຄສົກຂະບວນການ MPSR - Patriotic Movement for Safeguard and Restoration  (ພາບ: Burkina Faso RA)

ວັນທີ 24 ມັງກອນ, ກອງທັບ ບວກກິນາຟາໂຊ ໄດ້ອອກຖະແຫຼງການ ປົດຕຳແໜ່ງ ປະທານາທິບໍດີ ສຳລັບ ທ່ານ Roch Marc Kabore  ບວກກິນາຟາໂຊ, ຢຸດຕິການນຳໃຊ້ລັດຖະທຳມະນູນ, ຍູບເລີກລັດຖະບານ ແລະ ສະພາແຫ່ງຊາດ, ພ້ອມທັງ ປິດປະຕູຊາຍແດນຂອງປະເທດນີ້. ຖະແຫຼງການໂດຍ ທ່ານພັນໂທ Paul-Henri Sandaogo Damiba ລົງນາມ ແລະ ນາຍທະຫານຄົນໜຶ່ງ ໄດ້ອ່ານຜ່ານຊ່ອງໂທລະພາບແຫ່ງຊາດ ບວກກິນາຟາໂຊ ທີ່ມີເນື້ອໃນຢັ້ງຢືນວ່າ ການ “ຢຶດຄຸ້ມຄອງສິດບໍລິຫານ” ໄດ້ປະຕິບັດ ໂດຍບໍ່ມີການໃຊ້ຄວາມຮຸນແຮງ ແລະ ບັນດາຜູ້ທີ່ຖືກກັກຕົວ ກໍພວມຢູ່ເຂດປອດໄພ. ບັນດາແຫຼ່ງຂ່າວການທະຫານ ແລະ ຄວາມໝັ້ນຄົງກ່ອນນັ້ນໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Kabore ໄດ້ລາອອກຈາກຕຳແໜ່ງ. ທ່ານ Kabore ຍັງບໍ່ທັນປະກົດຕົວຕໍ່ໜ້າມະຫາຊົນ ນັບແຕ່ເວລາເກີດການຍິງປຶນທີ່ຮ້າຍແຮງ ຢູ່ບັນດາຄ້າຍທະຫານ ໃນວັນທີ 23 ມັງກອນ.

ກ່ອນໜ້ານັ້ນ, ສະຫະພາບ ອາຟຼິກກາ (AU) ແລະ ປະຊາຄົມເສດຖະກິດ ອາຟຼິກກາຕາເວັນຕົກ (ECOWAS) ໄດ້ກ່າວປະນາມອັນທີ່ໄດ້ເອີ້ນວ່າ “ຕັ້ງໃຈລັດຖະປະຫານ” ຢູ່ປະເທດ ບວກກິນາຟາໂຊ, ພ້ອມທັງຮຽກຮ້ອງໃຫ້ກອງທັບປະເທດນີ້ ຮັບປະກັນຄວາມປອດໄພໃຫ້ແກ່ ທ່ານປະທານາທິບໍດີ Kabore ແລະ ບັນດາເຈົ້າໜ້າທີ່ໃນລັດຖະບານຂອງທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ