ກອງປະຊຸມກ່ຽວກັບວຽກງານໂຄສະນາໃນໝູ່ປະຊາຊົນຊົນເຜົ່າ
ສະພາບກອງປະຊຸມ
(ພາບ:dongthaponline)
ກອງປະຊຸມຜັນຂະຫຍາຍແຜນການ ແລະ ຝຶກອົບຮົມນັກປະຖັກກະຖາກ່ຽວກັບວຽກງານໂຄສະນາໃນໝູ່ປະຊາຊົນຊົນເຜົ່າ-ສາສະໜາເຂດຕາເວັນຕົກຂອງພາກໃຕ້ ຫວຽດນາມປີ 2012ໄດ້ດຳເນີນໄປຢູ່ນະຄອນເກີນເທີ ເມື່ອວັນທີ 16/2. ກອງປະຊຸມເພື່ອແນໃສ່ຍົກສູງຄວາມຮັບຮູ້ໃນໝູ່ປະຊາຊົນຊາວຊົນເຜົ່າສ່ວນໜ້ອຍ, ຜູ້ມີຍົດຖາບັນດາສັກ, ພະສົງສາມະເນນສາສະໜາຕ່າງໆກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ທີ່ກ່ຽວຂ້ອງເຖິງຂົງເຂດຊົນຊາດຊົນເຜົ່າ, ສາສະໜາ. ໃນນັ້ນຖືເນື້ອໃນສຶກສາອົບຮົມມູນເຊື້ອການປະຕິວັດ, ພາບພົດອັນສວຍງາມໃນໝູ່ປະຊາຊົນຊົນເຜົ່າ ແລະພະສົງສາມະເນນເປັນຈຸດສຸມໃນການໂຄສະນາ. ພ້ອມທັງມີຄວາມລະມັດລະວັງຕໍ່ກົນອຸບາຍ, ເຈດຕະນາມ້າງເພລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ຊື່ງໄດ້ສວຍໃຊ້ບັນຫາສາສະໜາເພື່ອເສກສັນປັ້ນແຕ່ງແນວທາງນະໂຍບາຍຂອງພັກ, ລັດ, ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ກໍ່ຄວາມຂາດສະຖຽນລະພາບທາງສັງຄົມ, ລະເມີດຄວາມສະຫງົບປອດໄພແຫ່ງຊາດ.
ປີ 2012, ຄະນະຊີ້ນຳເຂດຕາເວັນຕົກທາງພາກໃຕ້ຫວຽດນາມ ໄດ້ເພີ່ມທະວີວຽກງານໂຄສະນາໃນຫຼາຍຮູບການ ເພື່ອແນໃສ່ບັນລຸປະສິດທິຜົນສູງຄື: ໂຄສະນາປາກຕໍ່ປາກ, ຜ່ານບັນດາພາຫະນະສື່ມວນຊົນ, ສົມທົບກັບການເຄືອ່ນໄຫວວັດທະນະທຳ, ເອົາໃຈໃສ່ເປັນພິເສດເຖິງບໍລະເວນມີປະຊາຊົນຊົນເຜົ່າສ່ວນໜ້ອຍ-ສາສະໜາເປັນຈຳນວນຫຼວງຫຼາຍ….ພ້ອມກັບບັນດາຂໍ້ສະເໜີເພື່ອໃຫ້ການໂຄສະນາໃນປີ 2012 ເຂົ້າສູ່ລວງເລິກ, ບັນລຸໝາກຜົນສູງ. ພາຍຫຼັງກອງປະຊຸມ, ຄະນະປະຈຳຄະນະຊີ້ນຳເຂດຕາເວັນຕົກທາງພາກໃຕ້ຫວຽດນາມ ສືບຕໍ່ສ້າງ, ເພີ່ມເຕີມແຜນການລະອຽດ, ປະກອບສ່ວນຫັນປ່ຽນຄວາມຮັບຮູ້, ຮັກສາສະພາບຄວາມສະຫງົບປອດໄພດ້ານການເມືອງໃນເຂດໃຫ້ໝັ້ນຄົງ. ຕາມແຜນການແລ້ວ, ການໂຄສະນາຈະແກ່ຍາວແຕ່ນີ້ຮອດເດືອນ 10/2012.