ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບກະສິກຳຫວຽດນາມ-ຍີ່ປຸ່ນ

ກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບກະສິກຳຫວຽດນາມ-ຍີ່ປຸ່ນ - ảnh 1

ການ​ສົນ​ທະນາຮ່ວມ​ມືດ້ານ​ກະສິກຳ ຫວຽດນາມ - ຍີ່ປຸ່ນ

(vovworld) - ​​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ຂົງ​ເຂດ​ກະສິກຳ, ຕອນ​ເຊົ້າ​ວັນ​ທີ 12/8, ຢູ່​ຮ່າ​​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ຫວຽດນາມ ​ໄດ້ສົມທົບ​ກັບ​ກະຊວງ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ ຍີ່ປຸ່ນ ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 2 ກ່ຽວ​ກັບ “ການ​ສົນ​ທະນາຮ່ວມ​ມືດ້ານ​ກະສິກຳ ຫວຽດນາມ - ຍີ່ປຸ່ນ”. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ຊຸກຍູ້​ການ​ຄ້າຂາຍ​ຜະລິດ​ຕະພັນກະສິກຳ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ. ຫວຽດນາມ ສະ​ເໜີ​​ຝ່າຍ ຍີ່ປຸ່ນ ອະນຸຍາດ​ການ​ນຳ​ເຂົ້າໝາກ​ມ່ວງ​ຂອງ ຫວຽດນາມ ​ເຂົ້າ​ຕະຫລາດ ຍີ່ປຸ່ນ, ພ້ອມ​ທັງ​ພິຈາລະນາສົ່ງ​ເສີມ​ເປີດ​ປະຕູ​​ຕະຫລາດ​ສຳລັບ​ໝາກ​ມັງກອນ​ໄສ້​ແດງ ​ແລະ ໝາກ​ລິ່ນຈີ່ສົດ​ຂອງ ຫວຽດນາມ. 2 ຝ່າຍ​​ຈະ​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ​ລົງທຶນໂດຍ​ກົງ​ເຂົ້າ​ຕະຫລາດ ຫວຽດນາມ ກໍ​ຄື​ການຮ່ວມ​ທຸລະ​ກິດ, ຮ່ວມສຳພັນ​​ລົງທຶນ​ຜະລິດ​​ກະສິກຳ, ລ້ຽງສັດ, ປູກຝັງ, ປຸງ​ແຕ່ງຜະລິດຕະພັນ ກະສິກຳ, ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ.

                ສິ້ນ​ສຸດ​ກອງ​ປະຊຸມ, ບັນດາລັດຖະມົນຕີ​ກະຊວງ​ກະສິກຳຂອງ 2 ປະ​ເທດ ​ໄດ້​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມື​ກ່ຽວກັບ “ວິ​ໄສ​ທັດ​​ໄລຍະກາງ ​ແລະ ​ໄລຍະ​ຍາວ​ໃນ​ການ​ຮ່ວມ​ມື​ດ້ານ​ກະສິກຳ ຫວຽດນາມ - ຍີ່ປຸ່ນ”.


ຂ່າວ/ບົດ​ອື່ນ