ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:http://baodautu.vn
|
(vovworld)- ວັນທີ 17/4, ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 11 ກ່ຽວກັບການເຊື່ອມຕໍ່ ເສດຖະກິດ ຫວຽດນາມ - ສິງກະໂປ ຖືກຈັດຂຶ້ນຢູ່ ເຂດພັກຜ່ອນບຳລຸງສຸຂະພາບ Laguna ເມືອງ ຟູໂລກ ແຂວງ ເທື່ອທຽນເຫ້ວ. ທ່ານ ບຸ່ຍກວາງວີງ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ທ່ານ Lim Hng Kiang, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ສິງກະໂປ ເປັນປະທານກອງປະຊຸມ.
ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ແລະ ແລກປ່ຽນກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນ 6 ຂົງເຂດຮ່ວມມື ນັບແຕ່ເມື່ອກອງປະຊຸມຄັ້ງທີ 10 ຈັດຂຶ້ນຢູ່ ສິງກະໂປ ເມື່ອເດືອນ 4/2014 ມາຮອດປະຈຸບັນ ພ້ອມທັງແລກປ່ຽນ, ສະເຫນີບັນດາມາດຕະການ, ຮູບການຮ່ວມມືເພື່ອເພີ່ມທະວີ ແລະເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດເລິກເຊິ່ງກວ່າ.