ກອງປະຊຸມຂັ້ນສູງຕີລາຄາໂຄງການກະທຳຂອງສະມັດຊາໃຫຍ່ສປຊກ່ຽວກັບການຕ້ານການຄ້າມະນຸດ
(VOVWORLD) -ໃນລະຫວ່າງວັນທີ 27 – 28 ກັນຍາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມຂັ້ນສູງຕີລາຄາກ່ຽວກັບໂຄງການກະທຳຂອງສະມັດຊາໃຫຍ່ສະຫະປະຊາຊາດ ກ່ຽວກັບການຕ້ານການຄ້າມະນຸດ.
ທ່ານນາງ ຫວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ
(ພາບ: TTXVN)
|
ກອງປະຊຸມໄດ້ຮັບການຮັບຮອງດ້ວຍຄວາມເຫັນດີເຫັນພ້ອມກັບຖະແຫຼງການດ້ານການເມືອງກ່ຽວກັບການປະຕິບັດໂຄງການກະທຳທົ່ວໂລກຂອງສະຫະປະຊາຊາດ ໃນການຕ້ານການຄ້າມະນຸດ, ຢືນຢັນຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກໃນການຢຸດຕິສະພາບຄ້າຂາຍມະນຸດ, ປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງ2030 ດ້ວຍວິທີສຳຜັດຖືຜູ້ຖືກປະສົບເຄາະຮ້າຍເປັນໃຈກາງ.
ໂດຍຕາງໜ້າຄະນະຜູ້ແທນຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມ, ທ່ານນາງ ຫວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍເລື່ອງຮັບຮອງເອົາຖະແຫຼງການດ້ານການເມືອງ ແລະ ເນັ້ນໜັກວ່າ: ຫວຽດນາມ ກ່າວປະນາມ ແລະ ຕັດສິນໃຈຕ້ານການຄ້າມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ, ກໍຄືບັນດາອາດຊະຍາກຳຂ້າມຊາດ, ຜ່ານການປະຕິບັດບັນດານະໂຍບາຍ ແລະ ມາດຕະການຮອບດ້ານ ເພື່ອແນໃສ່ປ້ອງກັນ, ຕ້ານ, ດຳເນີນຄະດີ, ພິພາກສາ, ລົງໂທດຕົວການຢ່າງເຄັ່ງຂັດ ແລະ ໜູນຊ່ວຍໃຫ້ຜູ້ຖືກປະສົບເຄາະຮ້າຍ. ທ່ານນາງ ຫວຽນເຟືອງງາ ຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ ແລະ ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ສົມທົບກັບສະຫະປະຊາຊາດຢ່າງແໜ້ນແຟ້ນ ແລະ ບັນດາຄູ່ຮ່ວມມືປະຕິບັດຖະແຫຼງການດັ່ງກ່າວເພື່ອຢຸດຕິການຄ້າມະນຸດ.