( ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 17 )
(vovworld) – ໃນຂອບເຂດບັນດາກອງປະຊຸມຂັ້ນສູງ ອາຊຽນ ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຕ່າງໆ, ຕອນບ່າຍວັນທີ 22/11 ຢູ່ກົວລາລຳເປີ, ມາເລເຊຍ ສືບຕໍ່ດຳເນີນກອງປະຊຸມຂັ້ນສູງ ອາຊຽນ - ຍີ່ປຸ່ນ ຄັ້ງທີ 18, ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 17 ແລະ ກອງປະຊຸມຂັ້ນສູງ ອາຊຽນ - ສປຊ ຄັ້ງທີ 7. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ໋ນຢຸງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ. ກ່າວຄຳເຫັນທີ່ບັນດາກອງປະຊຸມຂັ້ນສູງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ເລື່ອງຮັກສາສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບແມ່ນສຳຄັນ ແລະ ຈຳເປັນທີ່ສຸດ ໃນສະພາວະມີສິ່ງທ້າທາຍຫລາຍຢ່າງ ພວມເກີດຂຶ້ນນັບມື້ນັບຂ້ຽວຂາດ.
ທີ່ກອງປະຊຸມຂັ້ນສູງ ອາຊຽນ - ຍີ່ປຸ່ນ, ການນຳທຸກທ່ານໄດ້ຕີລາຄາສູງບັນດາໝາກຜົນຜັນຂະຫຍາຍຖະແຫຼງການວິໄສທັດຮ່ວມມື ແລະ ມິດຕະພາບ ອາຊຽນ - ຍີ່ປຸ່ນ ທີ່ໄດ້ຮັບຮອງເອົາໃນປີ 2013 ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ຍີ່ປຸ່ນ. 2 ຝ່າຍໃຫ້ຄຳໝັ້ນສັນຍາຍົກວົງເງິນການຄ້າ ແລະ ການລົງທຶນຂຶ້ນທົບ 2 ເທົ່າໃນປີ 2022, ຊົມເຊີຍບັນດາຄວາມຄືບໜ້າຜັນຂະຫຍາຍຂັ້ນຕອນຮ່ວມມືດ້ານເສດຖະກິດໄລຍະ 10 ປີ ອາຊຽນ - ຍີ່ປຸ່ນ. 2 ຝ່າຍເຫັນດີເປັນເອກະສັນສະຫງວນບຸລິມະສິດໃຫ້ແກ່ການຮ່ວມມື ແລະ ເຊື່ອມຕໍ່, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ຮັດແຄບຊ່ອງຫວ່າງພັດທະນາ, ຊຸກຍູ້ການຮ່ວມມືເຂດອະນຸພາກພື້ນ ໂດຍຜ່ານການຜັນຂະຫຍາຍຍຸດທະສາດ ໂຕກຽວ 2015 ກ່ຽວກັບການຮ່ວມມືແມ່ຂອງ - ຍີ່ປຸ່ນ. 2 ຝ່າຍໃຫ້ຄຳໝັ້ນສັນຍາຕໍ່ສູ້ຕ້ານກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ ແລະ ຈະຜັນຂະຫຍາຍບັນດາແຜນການປະຕິບັດງານທີ່ກ່ຽວຂ້ອງໂດຍໄວ.
ທີ່ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ, ບັນດາການນຳຮັບຮູ້ໝາກຜົນແຫ່ງການຜັນຂະຫຍາຍແຜນການດຳເນີນງານໄລຍະ 2011 – 2015 ແລະ ຊົມເຊີຍເລື່ອງຮັບຮອງເອົາແຜນການດຳເນີນງານໄລຍະ 2016 – 2020. ກອງປະຊຸມຂັ້ນສູງ ຮັບຮູ້ບາດກ້າວຄືບໜ້າໃນການຄ້າ 2 ສົ້ນ ອາຊຽນ - ສ.ເກົາຫຼີ ຢ່າງຕັ້ງໜ້າ. ສ.ເກົາຫຼີ ສືບຕໍ່ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 5 ຂອງ ອາຊຽນ ນັບແຕ່ປີ 2010 ແລະ ເປັນປະເທດມີການລົງທຶນໃຫຍ່ອັນດັບ 6 ເຂົ້າ ອາຊຽນ. 2 ຝ່າຍກໍເຫັນດີເປັນເອກະສັນຕໍ່ ບັນດາບຸລິມະສິດຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີການຫລຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງປ່າໄມ້ໃຫ້ໝັ້ນຄົງ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ພົບປະແລກປ່ຽນປະຊາຊົນ, ຮັດແຄບຊ່ອງວ່າງແຫ່ງການພັດທະນາ.
ທີ່ກອງປະຊຸມຂັ້ນສູງ ອາຊຽນ - ສປຊ, ບັນດາຝ່າຍເນັ້ນໜັກເຖິງ ການພົວພັນ ລະຫວ່າງໂຄງການດຳເນີນງານ 2030 ຂອງ ສປຊ ກັບວິໄສທັດປະຊາຄົມ ອາຊຽນ 2025 ໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢູ່ ອາຊີຕາເວັນອອກສ່ຽງໃຕ້, ໃຫ້ຄຳໝັ້ນສັນຍາປັບປຸງ ແລະ ເປີດກ້ວາງການພົວພັນ ອາຊຽນ - ສປຊ ເພື່ອແນໃສ່ຮັກສາສັນຕິພາບ, ຄວາມສະຫງົບປອກໄພ ແລະ ຄວາມວັດທະນາຖາວອນຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍຄືຊຸກຍູ້ໂຄງປະກອບພາກພື້ນ ໂດຍ ອາຊຽນ ເປັນບົດບາດໃຈກາງ. ກອງປະຊຸມກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍມີຂອບຂະໜາດໃຫຍ່ ທີ່ດຳເນີນໃນໄລຍະມໍ່ໆມານີ້, ເນັ້ນໜັກຄວາມຕ້ອງການເພີ່ມທະວີມານະພະຍາຍາມຮ່ວມຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ການກໍ່ການຮ້າຍດ້ວຍທຸກຮູບການ ແລະ ການປະກົດການ. ບັນດາການນຳ ອາຊຽນ ຊົມເຊີຍການປະກອບສ່ວນຂອງ ສປຊ ໃນການຊຸກຍູ້ການເຊື່ອມຕໍ່ ອາຊຽນ, ເຊື່ອມໂຍງເຂົ້າກັບພາກພື້ນໃນບັນດາຂົງເຂດຄື: ການຄ້າ, ຄົມມະນາຄົມ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີ, ແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງສິ່ງແວດລ້ອມ, ຂາດຄວາມສະເໝີພາບດ້ານເສດຖະກິດ - ສັງຄົມ.
ແລະກໍໃນວັນດຽວກັນ, ໄດ້ດຳເນີນພິທີຮັບຮອງເຮົາຖະແຫຼງການກ່ຽວກັບການເຈລະຈາສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ເພື່ອແນໃສ່ຍູ້ແຮງບັນດາມານະພະຍາຍາມຂອງຝ່າຍຕ່າງໆໃນການເຈລະຈາ RCEP. ຕອນຄ່ຳວັນທີ 22/11, ທີ່ສູນກອງປະຊຸມ ກົວລາລຳເປີ ໄດ້ດຳເນີນພິທີອັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ແລະ ພິທີມອບຖານະຕຳແໜ່ງເປັນປະທານ ອາຊຽນ ໃຫ້ ລາວ ໃນປີ 2016. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ ຄະນະຜູ້ແທນ ຫວຽດນາມ ກໍອອກຈາກ ກົວລາລຳເປີ ເດີນທາງກັບເມືອ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢ່າງຈົບງາມ.