(ພາບປະກອບ)
(vovworld) – ວັນທີ 22/01 ທ່ານ Daniel Russel ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບບັນຫາ ອາຊີຕາເວັນອອກ ແລະ ປາຊີຟິກ ໃຫ້ຮູ້ວ່າ: ກອງປະຊຸມຂັ້ນສູງພິເສດລະຫວ່າງທ່ານປະທານາທິບໍດີ ອາເມລິກາ Barack Obama ແລະ ບັນດາການນຳອາຊີຕາເວັນອອກສຽງໃຕ້ ຄາດຄະເນວ່າ ຈະດຳເນີນຢູ່ ອາເມລິກາ ໃນເດືອນໜ້າ ຈະແມ່ນ “ການປຶກສາຫາລືຍຸດທະສາດ” ດ້ວຍຈຸດສຸມແມ່ນຊຸກຍູ້ການປ່ຽນໃໝ່ ແລະ ການດຳເນີນທຸລະກິດຢູ່ແລວປາຊີຟິກ. ທ່ານ Russel ເນັ້ນໜັກວ່າ ຢູ່ກອງປະຊຸມຂັ້ນສູງຈະມາເຖິງ “ບັນດາການນຳຈະປຶກສາຫາລືວິທີຊຸກຍູ້ການເຊື່ອມໂຍງໃນຂອບເຂດປະຊາຄົມ ອາຊຽນ ໃໝ່, ເຕື້ອງເຖິງດ້ານການຄ້າ ແລະ ການລົງທຶນ ກໍ່ຄືວິທີການຮ່ວມມື ເພື່ອຊຸກຍູ້ການປ່ຽນໃໝ່ ແລະ ຈິດໃຈດຳເນີນທຸລະກິດ, ບັນດາຂົງເຂດ ອາດຈະນຳມາໃຫ້ກາລະໂອກາດ ແລະ ຄວາມວັດທະນາຖາວອນໃຫ້ແກ່ແລວປາຊີຟິກ”. ຕາມທ່ານ Russel ແລ້ວ, ຮູບການຂອງກອງປະຊຸມຄືດັ່ງກ່າວ ສ່ອງແສງໃຫ້ເຫັນ “ການພົວພັນສ່ວນຕົວຢ່າງແຮງເຊິ່ງທ່ານປະທານາທິບໍດີ Obama ໄດ້ສ້າງຂຶ້ນສຳລັບການນຳແຕ່ລະຄົນ” ຂອງ ອາຊຽນ ແລະ ນີ້ແມ່ນໝາກຜົນແຫ່ງຄວາມມານະຍາຍາມບືນຕົວເຂົ້າສູ່ ອາຊີ ຂອງທ່ານປະທານາທິບໍດີ ອາເມລິກາ.