( vovworld ) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ Sumdec Hunsen, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນຄັ້ງທີ 20 ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ, ແຕ່ວັນທີ 3 – 4/4/2012. ກອງປະຊຸມຄັ້ງນີ້ຈະປຶກສາຫາລືຫຼາຍບັນຫາທີ່ສຳຄັນ, ປະກອບສ່ວນຊຸກຍູ້ການພົບພັນຮ່ວມມືຫຼາຍດ້ານລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມມືຂອງອາຊຽນ.