(vovworld) - ຕອນເຊົ້າວັນທີ 24/8, ຢູ່ນະຄອນ ດ່ານັ້ງ, ໄດ້ໄຂກອງປະຊຸມຄັ້ງທີ 33 ສະຫະສະມາຄົມທ່າທະເລ ອາຊຽນ ເພື່ອແນໃສ່ກະກຽມໃຫ້ລາຍການເຄື່ອນໄຫວຂອງສະຫະສະມາຄົມທ່າທະເລ ອາຊຽນໃນໄລຍະຈະມາເຖິງ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບນະໂຍບາຍພັດທະນາບັນດາທ່າທະເລສະມາຊິກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ລະບົບປ້ອງກັນຄວາມສະຫງົບປອດໄພຢູ່ທ່າທະເລ; ກຳນົດບັນດາລາຍການເຮັດວຽກຂອງສະຫະສະມາຄົມ ເພື່ອແນໃສ່ເພີ່ມທະວີຄວາມສາມາດພັດທະນາທ່າກຳປັ່ນແບບຍືນຍົງໃຫ້ແກ່ກຸ່ມທ່າທະເລອາຊຽນ. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາສະມາຊິກຊອກຮູ້ກ່ຽວກັບມາດຕະການລະບົບຄຸ້ມຄອງຕາມມາດຕະຖານສາກົນຢ່າງເລິກເຊິ່ງ, ຮັບປະກັນໃຫ້ການພັດທະນາທ່າທະເລຢ່າງປອດໄພ ແລະ ໝັ້ນຄົງ. ທ່ານ Ho Kim Lan ເລຂາທິການໃຫຍ່ ສະຫະສະມາຄົມທ່າທະເລຫວຽດນາມໃຫ້ຮູ້ວ່າ:
”ກອງປະຊຸມຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບສິ່ງແວດລ້ອມເປັນຕົ້ນຕໍ່, ພິເສດແມ່ນສິ່ງແວດລ້ອມທ່າທະເລ. ຄຽງຂ້າງນັ້ນ, ມີເນື້ອໃນມາດຕະການເພື່ອພັດທະນາທ່າທະເລແບບຍືນຍົງ. ຫວຽດນາມເຂົ້າຮ່ວມສະຫະສະມາຄົມມາເປັນເວລາ 18 ປີ ແລ້ວ, ແລະ ໄດ້ສະແດງໃຫ້ເຫັນບົດບາດອັນຕັ້ງໜ້າໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອາຊຽນ”.