ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 8 ໄຂຂຶ້ນໃນໄວໆນີ້

ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 8 ໄຂຂຶ້ນໃນໄວໆນີ້ - ảnh 1
(ພາບ​ປະ​ກອບ)

 (vovworld)- ໂດຍ​ຖືກ​ດຳ​ເນີນ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 17/3 ຢູ່​ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 8 ຈະ​ປຶກ​ສາ​ຫາ​ລື​ຮ່າງ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ ປີ 2016; ປຶກ​ສາ​ຫາ​ລື​ບົດ​ລາຍ ສະ​ເໜີ​ການ​ປະ​ກອບ​ຄຳ​ເຫັນ ແລະ ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ສະ​ບັບ​ປັບ​ປຸງ, ປະ​ມວນ​ກົດ​ໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ…

   ທີ່ກອງ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຍັງ​ຈະ​ຊັກ​ຖາມ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ເຈືອງ​ຮ່ວ​າ​ບີງ ແລະ ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ຢາງ​ແຊວ​ຝື; ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກຽມ​ແກ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ​ຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ຊຶ່ງ​ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ໃນ​ທ້າຍ​ເດືອນ 3/2015, ວຽກ​ງານ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13…

ຂ່າວ/ບົດ​ອື່ນ