ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານ ສະຫະພັນໃຫ່ຍ ແຮງງານຫວຽດນາມ
(ພາບ: Minh Châu )
(vovworld)- ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສະຫະພັນໃຫ່ຍແຮງງານຫວຽດນາມ (ຊຸດທີ 11) ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25/12, ຢູ່ຮ່າໂນ້ຍ ໄດ້ປຶກສາຫາລືບົດລາຍງານວຽກງານກຳມະບານປີ 2014 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2015. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮ່າທິຄຽດ ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍ ປຊຊ ສູນກາງ ໄດ້ຊີ້ແຈ້ງວ່າ: ໃນສະພາບການເສດຖະກິດປະເທດຊາດພວມເຊື່ອມໂຍງເຂົ້າກັບໂລກນັບມື້ນັບເລິກເຊິ່ງກ້ວາງຂວາງນັ້ນ, ຮຽກຮ້ອງໃຫ້ການເຄື່ອນໄຫວກຳມະບານຕ້ອງສືບຕໍ່ຍົກສູງດ້ານຄຸນນະພາບ ແລະ ປະສິດທິຜົນກ່ວາອີກໃນວຽກງານຂົນຂວາຍກຳມະກອນ, ຊາວຜູ້ອອກແຮງງານເສີມຂະຫຍາຍນ້ຳໃຈຮັກຊາດ:
“ກຳມະບານຂັ້ນຕ່າງໆຕ້ອງເປັນເຈົ້າການສ້າງບັນດາໂຄງການ, ແຜນຮ່າງຄົ້ນຄ້ວາເລິກເພື່ອແກ້ໄຂບັນດາບັນຫາເຮືອນຢູ່ໃຫ້ແກ່ ປຊຊ ຢ່າງມີປະສິດທິຜົນ. ທ້ອງຖິ່ນຕ່າງໆກໍ່ຄືເຈົ້າຂອງວິສາຫະກິດຕ້ອງດຳເນີນການວາງແຜນຜັງ ແລະ ກໍ່ສ້າງເຮືອນຢູ່ໃຫ້ແກ່ກຳມະກອນ, ມີບັນດາມາດຕະການທີ່ແທດຈິງກ່ວາອີກ. ສືບຕໍ່ເປັນເຈົ້າການເຂົ້າຮ່ວມການສ້າງກົດໝາຍວ່າດ້ວຍການອອກແຮງງານ, ເພີ່ມທະວີການກວດກາ, ຕິດຕາມກວດກາກ່ຽວກັບນະໂຍບາຍກົດໝາຍກ່ຽວຂ້ອງໂດຍກົງເຖິງຜູ້ອອກແຮງງານ“./.