(vovworld) – ວັນທີ 25/7, ຢູ່ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 8 ຄະນະຮຽບຮຽງຮ່າງລັດຖະທົມະນູນປີ 1992 ສະບັບປັບປຸງ. ທີ່ກອງປະຊຸມ, ຄະນະຮຽບຮຽງ ໄດ້ປະກອບຄຳເຫັນກ່ຽວກັບການຮັບເອົາຄຳເຫັນ, ປັບປຸງຮ່າງລັດຖະທຳມະນູນ ປີ 1992 ຕາມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 13. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ກ່າວຄຳເຫັນໂດຍຊີ້ແຈ້ງວ່າ: ທີ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 13, ບັນດາ ສສຊ ໄດ້ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ພາຍຫຼັງການຮັບເອົາຄຳເຫັນຂອງປະຊາຊົນ. ບັນດາ ສສຊ ໄດ້ເປັນເອກະພາບກັນໂດຍພື້ນຖານບັນດາບັນຫາໃຫຍ່ມີລັກສະນະຫຼັກການ, ທາດແທ້ກ່ຽວກັບລະບົບການເມືອງ, ລະບອບລັດ. ແຕ່ເຖິງຢ່າງໃດກໍ່ຕາມ, ຜ່ານການປຶກສາຫາລື, ຍັງຄົງມີບັນດາຄຳເຫັນທີ່ແຕກຕ່າງກັນກ່ຽວກັບພາກສ່ວນເສດຖະກິດ, ຢັ້ງຢືນທີ່ຕັ້ງ, ບົດບາດຂອງພາກສ່ວນເສດຖະກິດໃນຮ່າງລັດຖະທຳມະນູນ ປີ 1992, ບັນຫາກ່ຽວກັບການຈັດຕັ້ງອຳນາດການປົກຄອງທ້ອງຖີ່ນ.... ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ສະເໜີໃຫ້ຄະນະຮຽບຮຽງຮ່າງລັດຖະທົມະນູນປີ 1992 ສະບັບປັບປຸງສືບຕໍ່ປຶກສາຫາລື, ຄົ້ນຄ້ວາເພື່ອມີວິທີເໝາະສົມທີ່ສຸດເພື່ອຢື່ນສະເໜີຕໍ່ສະພາແຫ່ງຊາດ.