ກອງປະຊຸມຄັ້ງທີ26ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ1982
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບປະກອບ: dantri)
(vovworld) - ກອງປະຊຸມຄັ້ງທີ 26 ບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຖືກດຳເນີນໃນລະຫວ່າງວັນທີ 20 – 24/06 ຢູ່ສຳນັກງານສະຫະປະຊາຊາດຢູ່ນິວຢອກ, ປະເທດອາເມລິກາ ເພື່ອແນໃສ່ພິຈາລະນາບັນດາບົດລາຍງານກ່ຽວກັບການເຄື່ອນໄຫວໃນປີ 2015 ຂອງສານສາກົນ ກ່ຽວກັບກົດໝາຍວ່າດ້ວຍທະເລ, ອົງການສິດອຳນາດພື້ນມະຫາສະມຸດ ແລະ ຄະນະກຳມະການຂີດຂັ້ນຢູ່ນອກໄຫຼ່ທະວີບ ກໍຄືບາງບັນຫາອື່ນໆ.
ກ່າວຄຳເຫັນທີ່ກອງປະຊຸມໃນວັນທີ 23/06, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຜູ້ຕາງໜ້າຫວຽດນາມ ຢູ່ສະຫະປະຊາຊາດ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໄດ້ຢືນຢັນຄວາມໝາຍສຳຄັນຂອງສົນທິສັນຍາທະເລ ໃນການສ້າງກອບກົດໝາຍປັບປຸງສິດຜົນປະໂຫຍດ ແລະ ພັນທະຂອງບັນດາສະມາຊິກ ທີ່ກ່ຽວຂ້ອງເຖິງການນຳໃຊ້ທະເລ ແລະ ມະຫາສະມຸດຢ່າງສັນຕິພາບ, ມີຄວາມຍຸຕິທຳ, ສະຖຽນລະພາບ ແລະ ມີປະສິດທິຜົນ, ເພື່ອຄວາມວັດທະນາຖາວອນລວມຂອງມະນຸດ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປ່ຫວ່າງແລ້ວນີ້ຢູ່ທະເລຕາເວັນອອກ, ພິເສດແມ່ນບັນດາການຖົມດິນ ແລະ ກໍ່ສ້າງຂອບຂະໜາດໃຫຍ່ ເຮັດໃຫ້ປ່ຽນແປງລັກສະນະທຳມະຊາດຂອງບາງໂຄງປະກອບຢູ່ທະເລຕາເວັນອອກ, ບັນດາການເຄື່ອນໄຫວນຳໃຊ້ກຳລັງການທະຫານ, ເພີ່ມຄວາມເຄັ່ງຕຶງ, ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບໃນພາກພື້ນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຕ້ອງຢຸດຕິບັນດາການກະທຳເຮັດໃຫ້ປ່ຽນແປງສະພາບເດີມ, ທຳລາຍສິ່ງແວດລ້ອມທະເລ ແລະ ບໍ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ເຄັ່ງຕຶງຂຶ້ນຕື່ມ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນຫຼັກໝັ້ນຂອງຫວຽດນາມ ທີ່ວ່າ, ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາວ່າດ້ວຍທະເລ; ບັນດາຝ່າຍກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການກ່ຽວກັບການພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ.