ກອງປະຊຸມຄູ່ຮ່ວມມືພັດທະນາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ
ກອງປະຊຸມຄູ່ຮ່ວມມືພັດທະນາແກ້ໄຂຜົນຮ້າຍຢ້ອນ
ຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ
(ພາບ: sggp.org.vn)
(vovworld) - ຕອນເຊົ້າວັນທີ 20/10, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງລັດກ່ຽວກັບລາຍການເຄື່ອນໄຫວແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ ໄດ້ຈັດກອງປະຊຸມຄູ່ຮ່ວມມືພັດທະນາແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ. ທ່ານ ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມແມ່ນເພື່ອຄວາມສະຫງົບສຸກຂອງປະຊາຊົນ, ແມ່ນແຜນນະໂຍບາຍ, ຄວາມຕັດສິນໃຈຢ່າງໃຫຍ່ຫຼວງຂອງພັກ, ລັດ ແລະ ລັດຖະບານຫວຽດນາມ. ແຕ່ລະປີ, ລັດຖະບານ ຫວຽດນາມລົງທຶນຫຼາຍໃຫ້ແກ່ການເຄື່ອນໄຫວກວດກາ, ທຳລາຍລະເບີດບໍ່ທັນແຕກຫຼັງສົງຄາມ, ເພື່ອແນໃສ່ສ້າງກອງທຶນທີ່ດິນ ແລະໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລະເບີດ. ລັດຖະບານກໍ່ສຶກສາຍົກສູງຄວາມຮູ້ກ່ຽວກັບໄພອັນຕະລາຍຈາກລະເບີດບໍ່ທັນແຕກ ໃຫ້ແກ່ປະຊາຊົນ, ໂຄສະນາກັບປະຊາຄົມໂລກ ກ່ຽວກັບສະພາບຕົວຈິງ ແລະ ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ… ແລະກໍ່ໃນຕອນເຊົ້າວັນທີ 20/10, ຄະນະຊີ້ນຳແຫ່ງລັດກ່ຽວກັບລາຍການດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກໝີ່ນບໍ່ທັນແຕກຫຼັງສົງຄາມ ກໍ່ຈັດຕັ້ງພິທີເປີດສະຫຼອງສຳນັກງານສູນດຳເນີນງານລະເບີດບໍ່ທັນແຕກຫຼັງສົງຄາມແຫ່ງຊາດຫວຽດນາມ.