ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:KPL
|
(vovworld)- ກອງປະຊຸມ ຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12 (12/2016 CPR Meeting ) ໄດ້ມີຂຶ້ນໃນວັນທີ 10 ສິງຫາ ນີ້ ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ລັດສະໜີ ແກ້ວມະນີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອາຊຽນ ແລະ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ 10 ປະເທດ ສະມາຊິກອາຊຽນ, ຮອງເລຂາ ທິການໃຫຍ່ອາຊຽນ ຝ່າຍການເມືອງ-ຄວາມໝັ້ນຄົງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້, ແມ່ນເລັ່ງໃສ່ກະກຽມດ້ານເນື້ອໃນ ໃຫ້ແກ່ບັນດາ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ, ກອງປະຊຸມ ສະພາປະສານງານອາຊຽນ (ACC) ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28-29 ແລະ ກອງປະຊຸມສຸດຍອດ ກັບປະເທດຄູ່ເຈລະຈາ, ເຊິ່ງຈະຈັດຂຶ້ນ ລະຫວ່າງ 6-8 ກັນຍາ 2016 ທີ່ນະຄອນຫລວງວຽງຈັນ.
ກອງປະຊຸມ ຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ແມ່ນກົນໄກໜຶ່ງ ຂອງອາຊຽນ ເຊິ່ງ ພາລະບົດບາດຫລັກ ໃນການເປັນເສນາທິການ ໃຫ້ແກ່ກອງປະຊຸມ ລະດັບເຈົ້າໜ້າທີ່ ອາວຸໂສອາຊຽນ, ກອງປະຊຸມ ລະດັບລັດຖະມົນຕີ ແລະ ກອງປະຊຸມ ລະດັບສຸດຍອດ./.
(ຕາມ KPL)