(vovworld) – ຕອນເຊົ້າວັນທີ 13/05, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ບັນດາໃບຍື່ນສະເໜີ, ແຜນຮ່າງຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບເລື່ອງໃຫ້ສັດຕະຍາບັນກົງຈັກ, ໜ້າທີ່, ສິດຂອງບັນດາຫົວໜ່ວຍໃນກົງຈັກເຮັດວຽກຂອງອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານທຸກຂັ້ນ. ຕາມບົດລາຍການກວດກາ, ກຳມາທິການຍຸຕິທຳໄດ້ເຫັນດີກັບຄວາມຈຳເປັນປະກາດໃຊ້ບັນດາມະຕິຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ສັດຕະຍາບັນກົງຈັກ, ໜ້າທີ່, ສິດຂອງບັນດາຫົວໜ່ວຍໃນກົງຈັກເຮັດວຽກຂອງອົງການໄອຍະການປະຊາຊົນສູງສຸດ; ໃຫ້ສັດຕະຍາບັນບັນຊີລາຍຊື່ສະມາຊິກຄະນະກຳມະການກວດກາຂອງອົງການໄອຍະການປະຊາຊົນສູງສຸດ; ສ້າງຕັ້ງສະຖາບັນໄອຍະການປະຊາຊົນຂັ້ນສູງ… ບັນດາໃບຍື່ນສະເໜີ ແລະ ຮ່າງມະຕິໄດ້ຖືກອົງການໄອຍະການປະຊາຊົນສູງສຸດຄົ້ນຄວ້າ, ກະກຽມ ຢ່າງເຂັ້ມງວດບົນພື້ນຖານສະຫຼຸບພຶດຕິກຳຕົວຈິງ, ໝາກຜົນການຄົ້ນຄວ້າບັນດາແຜນຮ່າງ, ກອງປະຊຸມສຳມະນາ, ຮັບເອົາຄຳເຫັນຈາກບັນດານັກຊ່ຽວຊານ… ມີເງື່ອນໄຂຢ່າງພຽງພໍເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ.
ກົດໝາຍວ່າກ້ວຍການຈັດຕັ້ງອົງການໄອຍະການປະຊາຊົນສູງສຸດປີ 2014 ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01/06/2015. ເພື່ອກະກຽມໃຫ້ການຈັດຕັ້ງການປະຕິບັດກົດໝາຍ, ຕ້ອງປະກາດໃຊ້ບັນດາມະຕິໃຫ້ສັດຕະຍາບັນ, ຕັດສິນ, ກຳນົດກ່ຽວກັບກົງຈັກ, ພະນັກງານຂອງອົງການໄອຍະການປະຊາຊົນ.
ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍອຸຕຸນິຍົມ, ອຸທົກກະສາດ.