ກອງປະຊຸມຄະນະປະ ທານຄະນະກຳມະການ ສູນກາງແນວໂຮມປະ ເທດຊາດຫວຽດນາມຄັ້ງທີ 15 (ຊຸດທີ 7)
ທ່ານຫງວຽນທ້ຽນເຍິນທີ່ກອງປະຊຸມ
(ພາບ: qdnd.vn)
(vovworld) –ຕອນເຊົ້າວັນທີ 22/8, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຄະນະປະທານຄັ້ງທີ 15 (ຊຸດທີ 7), ໃຫ້ຄຳເຫັນໃສ່ຮ່າງບົດລາຍງານ ແລະ ກົດລະບຽບຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຍື່ນສະເໜີທີ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມ ຊຸດທີ 8, ອາຍຸການ 2014-2019. ທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເປັນປະທານກອງປະຊຸມ.
ທີ່ກອງປະຊຸມ, ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບຫົວເລື່ອງຂອງກອງປະຊຸມໃຫ່ຍ, ສະພາບກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ປຊຊ ທຸກຊັ້ນວັນນະ, ບັນດາບົດຮຽນ, ຈຸດໝາຍ, ທິດທາງ ແລະ 5 ໂຄງການດຳເນີນງານໃນອາຍຸການຈະມາເຖິງ. ບັນດາຜູ້ແທນຢືນຢັນວ່າ: ກອງປະຊຸມໃຫ່ຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຊຸດທີ 8 ຕ້ອງກຳນົດຈະແຈ້ງບັນຫາມະຫາສາມັກຄີ, ສາມັກຄີໃນພັກ, ໃນບັນດາຊົນເຜົ່າ, ສາສະໜາ ແລະ ສາກົນ. ສະນັ້ນ, ກອງປະຊຸມໃຫ່ຍຍົກສູງຄວາມຕັດສິນໃຈ: ເສີມຂະຫຍາຍກຳລັງແຮງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັກສາສັນຕິພາບ, ອະທິປະໄຕແຫ່ງຊາດ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ຜາສຸກ./.