ກອງປະຊຸມຖະແຫຼງຂ່າວຄັ້ງທຳອິດລະຫວ່າງມະນຸດ ກັບ ຫຸ່ນຍົນ: ເພື່ອໂລກທີ່ສວຍງາມກວ່າ
(VOVWORLD) - ບັນດາຫຸ່ນຍົນປັນຍາປະດິດ (AI) ລ້ວນແຕ່ຢັ້ງຢືນວ່າ ຈະບໍ່ມີແນວຄວາມຄິດຕ້ານຄືນມະນຸດ, ກໍຄື ບໍ່ຍາດຊີງເອົາວຽກເຮັດງານທຳຂອງບໍ່ວ່າຜູ້ໃດ - ອາດຈະເປັນຄຳຕອບທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ໃນກອງປະຊຸມຖະແຫຼງຂ່າວ.
ເປັນຄັ້ງທຳອິດໃນໂລກ ທີ່ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວລະຫວ່າງມະນຸດ ແລະ ຫຸ່ນຍົນ . ເຫດການພິເສດນີ້ ແມ່ນສ່ວນໜຶ່ງຂອງເວທີປາໄສໝູນໃຊ້ປັນຍາປະດິດ AI for Good Global Summit” ຢູ່ ສະວິດ. ນະທີ່ນີ້, ບັນດາຫຸ່ນຍົນ ຈະນຳໃຊ້ຄວາມສາມາດສ້າງເນື້ອໃນໃໝ່ ໂດຍອີງໃສ່ຂໍ້ມູນທີ່ມີຢູ່ແລ້ວ ເພື່ອແກ້ໄຂບາງຂໍ້ຂ້ອງໃຈ ເຊິ່ງມະນຸດໄດ້ຕັ້ງຂຶ້ນ.
ບັນດາຫຸ່ນຍົນປັນຍາປະດິດ (AI) ລ້ວນແຕ່ຢັ້ງຢືນວ່າ ຈະບໍ່ມີແນວຄວາມຄິດຕ້ານຄືນມະນຸດ, ກໍຄື ບໍ່ຍາດຊີງເອົາວຽກເຮັດງານທຳຂອງບໍ່ວ່າຜູ້ໃດ - ອາດຈະເປັນຄຳຕອບທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ໃນກອງປະຊຸມຖະແຫຼງຂ່າວ. ບັນດາຫຸ່ນຍົນທີ່ມີໜ້າໃນກອງປະຊຸມຖະແຫຼງຂ່າວຄັ້ງນີ້ ຍັງສະແດງຄວາມປາດຖະໜາວ່າ ຢາກຊ່ວຍແກ້ໄຂບັນດາສິ່ງທ້າທາຍໃຫຍ່ຂອງໂລກ.