ກອງປະຊຸມຖະແຫຼງຂ່າວສາກົນ ໃຫ້ຂ່າວກ່ຽວກັບໝາກຜົນກອງປະຊຸມ AMM 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
(VOVWORLD) -ວັນທີ 12 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 27 (ພາບ: TTXVN) |
ຕາມນັ້ນແລ້ວ, ໄດ້ດຳເນີນບັນດາກອງປະຊຸມສຳຄັນ ເຊິ່ງລວມມີ: ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 27 (ARF), ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ. ເວທີປາໄສພາກພື້ນ ອາຊຽນ ແມ່ນເວທີປາໄສແຖວໜ້າທີ່ປຶກສາຫາລືກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ ອາຊີ - ປາຊີຟິກ.
ພາຍຫຼັງສິ້ນສຸດບັນດາກອງປະຊຸມທີ່ນອນໃນຂອບເຂດກອງປະຊຸມ AMM 53, ຕອນບ່າຍວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ. ກອງປະຊຸມ AMM 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກຈັດຂຶ້ນໃນລະຫວ່າງວັນທີ 9 – 12 ກັນຍາ ຜ່ານທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກ 27 ຄະນະ ຂຶ້ນກັບ 4 ທະວີບ. ໃນຂອບເຂດເຫດການ, ໄດ້ດຳເນີນປະມານ 20 ກອງປະຊຸມ, ວາລະປະຊຸມຂັ້ນລັດຖະມົນຕີ.