ກອງປະຊຸມທົ່ວປະເທດ ສະຫລຸບ 10 ປີແຫ່ງການປະຕິບັດຄຳສັ່ງ
ຂອງນາຍົກລັດຖະມົນຕີ ວຽກງານສຳລັບສາສະໜາໂປຣແຕສຕັງ
(ພາບ: VGP/LeSon)
(vovworld) – ຕອນເຊົ້າວັນທີ 5/11, ຄະນະສາສະໜາລັດຖະບານຈັດຕັ້ງກອງປະຊຸມທົ່ວປະເທດ ສະຫລຸບ 10 ປີແຫ່ງການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບບາງວຽກງານສຳລັບສາສະໜາໂປຣແຕສຕັງ ໄລຍະ 2005 – 2015. ກ່າວຄຳເຫັນທີ່ກອງປະຊຸມ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫງວຽນຊວນຟູກ ຊີ້ແຈ້ງວ່າ: ເພື່ອປະຕິບັດແຜນນະໂຍບາຍວຽກງານ ສຳລັບສາສະໜາໂປຣແຕສຕັງ ໃນສະພາບການໃໝ່ເປັນຢ່າງດີ, ວິວັດການສະເໜີມາດຕະການ ແລະ ປະຕິບັດວຽກງານສຳລັບສາສະໜາໂປຣແຕສຕັງ ຕ້ອງພິຈາລະນາຢ່າງລະອຽດ ບັນດາສາຍພົວພັນຂອງສາສະໜາໂປຣແຕສຕັງ ກັບບັນດາບັນຫາຊົນເຜົ່າ, ການເມືອງ, ຄວາມສະຫງົບປອກໄພ, ເສດຖະກິດ, ວັດທະນະທຳ ແລະ ການພົວພັນຕ່າງປະເທດ. ຕາມທ່ານລັດຖະມົນຕີວ່າການກະຊວງພາຍໃນ ຫງວຽນທ໋າຍບິ່ງ ແລ້ວ ນະໂຍບາຍຍາວນານຂອງສູນກາງສຳລັບສາສະໜາໂປຣແຕສຕັງ ແມ່ນເຄົາລົບຄວາມເຊື່ອໝັ້ນ ແລະ ຄວາມຕ້ອງການເຊື່ອຖືສາສະໜາອັນຊອບທຳຂອງຜູ້ຖືສາສະໜາ ໂປຣແຕສຕັງ, ຮັບຮອງການເຄື່ອນໄຫວສາສະໜາຂອງສາສະໜາ ໂປຣແຕສຕັງ, ພ້ອມທັງ ຕໍ່ສູ້ ແລະ ລົງໂທດຢ່າງເຄັ່ງຄັດບັນດາການກະທຳສວຍໃຊ້ສາສະໜາ ໂປຣແຕສຕັງ ເພື່ອມ້າງເພທຳລາຍປະຕິວັດ, ທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ.