ກອງປະຊຸມທາບທ່າມຄຳເຫັນດ້ານການເມືອງ
ຄັ້ງທີ 6 ຫວຽດນາມ -ໄທ
ພາບ:baonhandan
|
(vovworld)- ໂດຍປະຕິບັດຂໍ້ຕົກລົງຂອງກະຊວງການຕ່າງປະເທດສອງປະເທດ, ທ່ານດັ້ງດີງກູຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ດຳເນີນການທາບທ່າມຄຳເຫັນດ້ານການເມືອງ ຄັ້ງທີ 6 ກັບກະຊວງການຕ່າງປະເທດໄທໃນວັນທີ 15/2 ຢູ່ ໄທ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ດັ້ງດີງກູຍ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ດອນ ປາມຸດວິໄນ ລັດຖະມົນຕີການຕ່າງປະເທດໄທ ຕາມພິທີການທູດ ແລະ ເຈລະຈາກັບທ່ານ ບຸດສະຢາ ມາເທລີນ ເລຂາທິການ ຜູ້ປະຈຳການກະຊວງການຕ່າງປະເທດໄທ ແລະ ເຮັດວຽກກັບພົນຈັດຕະວາ ອາພິສັກ ສົມບຸດຈະເລີນນົນ, ຫົວຫນ້າສູນຄົ້ນຄ້ວາຍຸດທະສາດ, ກະຊວງປ້ອງກັນປະເທດໄທ.
ທີ່ການທາບທາມຄຳເຫັນດ້ານການເມືອງຄັ້ງທີ 6, ສອງຝ່າຍເຫັນດີເປັນເອກະພາບກັນໃນຫລາຍມາດຕະການ ເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ການຄ້າ, ການລົງທຶນ, ຄົມມະນາຄົມຂົນສົ່ງ, ແຮງງານ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ. ສອງຝ່າຍຢືນຢັນຈະພ້ອມກັນມານະພະຍາຍາມເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນບັນດາບັນຫາຄວາມໝັ້ນຄົງ ແລະ ຍຸດທະສາດຂອງພາກພື້ນ ພ້ອມທັງມີຄຳໝັ້ນສັນຍາ ຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ. ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີດັ້ງດີງກູຍ, ລັດຖະມົນຕີການຕ່າງປະເທດໄທ ດອນ ປາມຸດວິໄນ ປາດຖະຫນາວ່າ ສອງຝ່າຍຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ ແລະ ປາດຖະຫນາວ່າ ອາຊຽນ ຈະມີຄວາມສາມັກຄີ, ຮັກສາບົດບາດໃຈກາງ, ມີທັດສະນະລວມໃນບັນດາບັນຫາສຳຄັນຂອງພາກພື້ນ ແລະ ສາກົນ, ແລະຫວັງວ່າ ເຂດທະເລຕາເວັນອອກ ແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.