ກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບເວທີປາໄສພາກພື້ນອາຊຽນຄັ້ງທີ 10
(ພາບປະກອບ)
(vovworld) - ວັນທີ 23/05, ກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບ (ASPC) ເຊິ່ງນອນໃນຂອບເຂດເວທີໄປໄສພາກພື້ນອາຊຽນ (ARF) ຄັ້ງທີ 10 ໄດ້ດຳເນີນຢູ່ນະຄອນຫຼວງ Bandar Seri Begawan, ປະເທດ ບຣຸໄນ. ກອງປະຊຸມໄດ້ຮັບຮູ້ຄວາມຄືບໜ້າໃນການຮ່ວມມືດ້ານການທະຫານ ແລະ ປ້ອງກັນຊາດລະຫວ່າງບັນດາສະມາຊິກ ARF, ແລກປ່ຽນທັດສະນະທີ່ມີລັກສະນະສ້າງສັນ ແລະ ຕັ້ງໜ້າກ່ຽວກັບສະພາບການປ້ອງກັນຄວາມສະຫງົບສາກົນ ແລະ ພາກພື້ນ, ບັນດາຄວາມວິຕົກກັງວົນກ່ຽວກັບຄວາມປອດໄພອາດຊະຍາກຳຂ້າມຊາດ. ບັນດາຄາດໝາຍຕົ້ນຕໍ່ຂອງ ASPC ລວມມີການເພີ່ມທະວີການສົມທົບບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈໃນຂົງເຂດປ້ອງກັນຊາດໃນຂອບເຂດ ARF ກວ່າອີກ ແລະ ການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ປ້ອງກັນຊາດໃນ ARF; ເປີດຊ່ອງເຈລະຈາ ແລະ ແລກປ່ຽນລະຫວ່າງເຈົ້າໜ້າທີ່ປ້ອງກັນຊາດ, ການຕ່າງປະເທດ ແລະ ນັກຮຽນຮູ້ດ້ານການທະຫານ, ເພື່ອທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາເຈົ້າໜ້າທີ່ປ້ອງກັນຊາດ.