ກອງປະຊຸມບັນດາການນຳສາສະໜາ EU ຄັ້ງທີ 10
ກອງປະຊຸມບັນດາການນຳສາສະໜາ EU ຄັ້ງທີ 10
(ພາບ: european-council.europa.eu)
(vovworld) – ດ້ວຍຫົວຂໍ້ “ອະນາຄົດຂອງສະຫະພາບເອລົບ (EU)” ເຊີ່ງດຳເນີນໃນວັນທີ 10/06, ຢູ່ສຳນັກງານຄະນະກຳມະການເອີລົບ, ປະເທດແບນຊິກ, ກອງປະຊຸມບັນດາການນຳສາສະໜາໄດ້ມີການເຂົ້າຮ່ວມຂອງການນຳອັນດັບໜຶ່ງ EU 3 ທ່ານເຊິ່ງລວມມີ: ທ່ານປະທານຄະນະກຳມະການເອີລົບ (EC) Jose Manuel Baroso, ທ່ານປະທານສະພາເອີລົບ Herman Van Rompuy, ທ່ານຮອງປະທານລັດຖະສະພາເອີລົບ (EP) Laszlo Surjan ພ້ອມກັບຜູ້ຕາງໜ້າຂັ້ນສູງຂອງສາສະໜາອິດສະລາມ, ສາສະໜາຄຼິດ, ຊາວຢິວ, ສາສະໜາຮີນດູ… ແລະ ປະຊາຄົມຊາວກາໂຕນິກ EU. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານ EC Jose Manuel Baroso ຢືນຢັນວ່າ ສາສະໜາ ແລະ ຄວາມໄວ້ເນື້ອເຊື່ອໃຈແມ່ນສິດຂອງມະນຸດຕ້ອງໄດ້ຮັບການປົກປ້ອງຢູ່ທົ່ວທຸກແຫ່ງ ແລະ ໃຫ້ທຸກໆຄົນ. ທ່ານປະທານ EC ກໍ່ຖືວ່າ EU ຕ້ອງກ່າວປະນາມແນວຄວາມຄິດຈຳແນກເຊື້ອຊາດເຜົ່າພັນ, ຕ້ານສາສະໜາ ຊຶ່ງພວມຄົງຕົວຢູ່ເອີລົບ ແລະ ໃນໂລກ, ຮຽກຮ້ອງຄວາມມານະພະຍາຍາມປະກອບສ່ວນຂອງບັນດາປະຊາຄົມສາສະໜາເພື່ອອະນາຄົດພັດທະນາຂອງເອີລົບ.