ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາສາທາລະນະສຸກຄັ້ງທີ10ຂອງອາຊຽນ
ທ່ານນາງ ເຈີ່ນທິຢ໋າງເຮືອງ ຫົວໜ້າກົມຮ່ວມມືສາກົນ ກະຂວງ
ສາທາລະນະສຸກ ຫວຽດນາມ ຢູ່ SOMHD ຄັ້ງທີ 9
(ພາບ: baocongthuong.com)
(vovworld) – ຕອນເຊົ້າວັນທີ 9/9, ກະຊວງສາທາລະນະສຸກ ຈັດຕັ້ງກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງສາທາລະນະສຸກຄັ້ງທີ 6 ແລະ ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາສາທາລະນະສຸກຄັ້ງທີ 10 ຂອງ ອາຊຽນ. ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງ ສາທາລະນະສຸກ ຈະດຳເນີນໃນວັນທີ 17/9 ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ປ່ຽນໃໝ່, ຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງ, ມີປະສິດທິຜົນເພື່ອສຸຂະພາບຂອງປະຊາຊົນ”. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນປະມານ 1.200 ທ່ານ ທີ່ຕາງໜ້າໃຫ້ບັນດາສ່ວນບຸກຄົນ, ໝູ່ຄະນະດີເດັ່ນໃນຂະບວນການແຂ່ງຂັນຮັກຊາດຈາກບັນດາທ້ອງຖິ່ນ, ຫົວໜ່ວຍໃນທົ່ວຂະແໜງ ການແພດ. ກ່ຽວກັບກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງກ່ຽວກັບການພັດທະນາ ສາທາລະນະສຸກ ຂອງ ອາຊຽນ ຄັ້ງທີ 10, ກະຊວງສາທາລະນະສຸກ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເລີມດົ່ງ ຈັດຕັ້ງຢູ່ນະຄອນ ດ່າລາດໃນລະຫວ່າງວັນທີ 14 – 17/9. ບັນດາຜູ້ແທນທີ່ປຶກສາຫາລືເນື້ອໃນສຳຄັນກ່ຽວກັບລາຍການພັດທະນາສາທາລະນະສຸກພາຍຫລັງປີ 2015 ຂອງ ອາຊຽນ.