ກອງປະຊຸມບັນດາ ພັກກອມມູນິດ ແລະ ກຳມະກອນສາກົນ ຄັ້ງທີ 13
ກອງປະຊຸມບັນດາພັກກອມມູນິດ ແລະ ກຳມະກອນສາກົນຄັ້ງທີ 13 ໂດຍພັກກອມມູນິດເກຼກຈັດຕັ້ງຂຶ້ນ ໄດ້ດຳເນີນໄປແຕ່ວັນທີ 9 ຫາ 11/12 ຢູ່ນະຄອນຫຼວງອາແທນຂອງເກຼກດ້ວຍຫົວຂໍ້ “ລັດທິສັງຄົມມນິຍົມແມ່ນອະນາຄົດ” ເຂົ້າຮ່ວມກອງປະຊຸມມີຜູ້ແທນກ່ວາ 100 ທ່ານສັງກັດ 78 ພັກການເມືອງທີ່ມາຈາກ 61 ປະເທດໃນໂລກ. ຄະນະຜູ້ແທນພັກກອມມູນິດຫວຽດນາມໂດຍທ່ານ ຫງວຽນແມັງຮູ່ງ, ຮອງຫົວໜ້າຄະນະປະຈຳ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ. ຖະແຫຼງການຮ່ວມຂອງກອງປະຊຸມເນັ້ນໜັກວ່າ: ວິກິດການເສດຖະກິດໂລກໃນປະຈຸບັນແມ່ນວິກິດການທີ່ມີລັກສະນະເປັນລະບົບຂອງລັດທິທຶນນິຍົມ, ຊື່ງນັບມື້ນັບໄດ້ແຜ່ຂະຫຍາຍອອກສູ່ວົງກ້ວາງ. ໃນສະພາບການນັ້ນ, ບົດຮຽນ ແລະພຶດຕິກຳຕົວຈິງໃນການກໍ່ສ້າງລັດທິສັງຄົມນິຍົມໃນໂລກ ພວມພິສູດໃຫ້ເຫັນລັກສະນະດີເລີດຂອງລັດທິສັງຄົມນິຍົມ, ແລະຊີ້ແຈງວ່າ ມີພຽງລັດທິສັງຄົມນິຍົມຈຶ່ງສາມາດລົບລ້າງສົງຄາມ, ໄພຫວ່າງງານ, ໄພທຸກຍາກອຶດຫີວ, ໄພກືກໜັງສືໄດ້, ມີພຽງລັດທິສັງຄົມນິຍົມຈຶ່ງສາມາດສ້າງເງື່ອນໄຂສະດວກ ໃຫ້ແກ່ການພັດທະນາທີ່ເໝາະສົມກັບຜົນຜະໂຫຍດຂອງຊາວຜູ້ອອກແຮງງານໄດ້ເທົ່ານັ້ນ.
ທີ່ກອງປະຊຸມ ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ແນະນຳໝາກຜົນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ພັກກອມມູນິດຫວຽດນາມຄັ້ງທີ 11 ແລະບັນດາຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມຜ່ານ 25 ປີແຫ່ງການປ່ຽນແປງໃໝ່, ກໍ່ສ້າງລັດທິສັງຄົມນິຍົມ ແລະປົກປັກຣັກສາປະເທດສັງຄົມນິຍົມ.