ກອງປະຊຸມປະເມີນຜົນການກຳນົດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນດ້ວຍການຮັບໃຊ້ຂອງອົງການບໍລິຫານ
ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດ ຫວຽດນາມ
(ພາບ: TTXVN)
(vovworld) - ວັນທີ 22/03, ຢູ່ຮ່າໂນ້ຍ, ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານກອງປະຊຸມປະເມີນຜົນໂຄງການສົມທົບກັນກຳນົດຕົວເລກດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ຈັດຕັ້ງສຳລັບການຮັບໃຊ້ຂອງອົງການສຳນັກງານບໍລິຫານລັດປີ 2015. ໂດຍຜ່ານການຜັນຂະຫຍາຍສຳຫລວດກວດກາເປັນເວລາ 1 ປີຢູ່ 10 ແຂວງ, ນະຄອນ, ຜົນຂອງການສຳຫວດໄດ້ສະແດງໃຫ້ເຫັນວ່າ: ປະຊາຊົນຕີລາຄາດີກ່ຽວກັບໝາກຜົນການແກ້ໄຂລະບອບລະບຽບການດ້ານບໍລິຫານ. ປະຊາຊົນກໍ່ຕີລາຄາສູງຄຸນນະພາບກຳລັງຄວາມສາມາດດ້ານວິຊາສະເພາະຂອງລັດຖະກອນ. ເຖິງຢ່າງໃດກໍ່ຕາມ ປະຊາຊົນຍັງບໍ່ທັນເພິ່ງພໍໃຈກ່ຽວກັບຈັນຍາບັນ, ກ່ຽວກັບການຮັບໃຊ້ຢ່າງສຸດຈິດສຸດໃຈ ແລະ ລອບຄອບຂອງລັດຖະກອນ. ທີ່ກອງປະຊຸມ, ທ່ານ ຫງວຽນທ້ຽນເຍີນ ປະທານກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນວ່າ:
“ພວກເຮົາພວມໄປຖືກທິດ, ຢາກປະກອບສ່ວນສ້າງລະບົບການເມືອງ ພວກເຮົາຕ້ອງເຮັດໃຫ້ປະຊາຊົນນັບມື້ນັບມີຄວາມເພິ່ງພໍໃຈກ່ວາ, ຄົນທຸກຍາກກໍ່ອາດສາມາດມີຄວາມເພິ່ງພໍໃຈ, ແຕ່ວ່າຄົນທຸກຍາກກໍ່ອາດມີຄວາມຜາສຸກໄດ້. ການກຳນົດຕົວເລກດັດຊະນີຄວາມເພິ່ງພໍໃຈແມ່ນຫຼັກການຂອງການຄຸ້ມຄອນໃນປະຈຸບັນ”.
ຈາກໝາກຜົນຂອງການສຳຫລວດກວດກາປີ 2015, ທ່ານ ຫງວຽນທ້ຽນເຍີນ ຖືວ່າ: ປີ 2016, ແນວໂຮມປະເທດຊາດ ຫວຽດນາມ, ສະມາຄົມນັກຮົບເກົ່າ ຫວຽດນາມ, ກະຊວງພາຍໃນສືບຕໍ່ສ້າງໂຄງການສົມທົບກັນຜັນຂະຫຍາຍການກຳນົດຕົວເລກດັດຊະນີຄວາມເພິ່ງພຽງພໍຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ຂອງອົງການບໍລິຫານລັດໃນໄລຍະ 2017 – 2020.