ກອງປະຊຸມປາຣີໃຫ້ຄຳໝັ້ນສັນຍາໜູນຊ່ວຍອີຣັກຕ້ານIS

ກອງປະຊຸມປາຣີໃຫ້ຄຳໝັ້ນສັນຍາໜູນຊ່ວຍອີຣັກຕ້ານIS - ảnh 1
ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ແລະ ປະທານາທິບໍດີ ອີຣັກ Fuad Masum
(ພາບ: Reuters)

(vovworld) – ວັນ​ທີ 15/9, ຜູ້​ຕາງໜ້າ​ການ​ທູ​ດຂອງ 29 ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່ ປາ​ຣີ (ປະ​ເທດ ​ຝຣັ່ງ) ​ໄດ້​ພິຈາລະນາ​ກ່ຽວ​ກັບ​ຄາວ​ມໝັ້ນຄົງ ​ແລະ ສັນຕິພາບ​ຢູ່ ອີຣັກ, ​ໃນ​ນັ້ນ ມີ​ບັນດາ​ສະມາຊິກ​ຂອງ​ສະພ​າ​ຄວາມ​ໝັ້ນຄົງ ສປຊ, ​ເຫັນ​ດີ​ເປັນ​ເອກະສັນ​ໜູນ​ຊ່ວຍ​ໃຫ້ ອີຣັກ “​ພາຫະນະ​ທີ່​ຈຳ​ເປັນທຖກຢ່າງ, ນັບ​ທັງ​​ໜູນ​ຊ່ວຍດ້ານ​ການ​ທະ​ຫານ​ຢ່າງ​ເໝາະ​ສົມ” ​ເພື່ອ​ຊ່ວຍ​ປະ​ເທດ​ນີ້​ຮັບ​ມື​ກັບ​ອົງການທີ່​ອ້າງ​ຊື່ວ່າ “ລັດ​ອິດສະ​ລາມ​” (IS). ຖະ​ແຫຼ​ງການ​ຮ່ວມ​ທີ່​ກອງ​ປະຊຸມ​ຊີ້​ແຈ້ງວ່າ “ພາກສ່ວນ​ຫົວ​ຮຸ​ນ​ແຮງ IS ​ແມ່ນ​ໄພ​ນາບ​ຂູ່​ບໍ່​ພຽງ​ແຕ່​ສຳລັບ ອີຣັກ ​ເທົ່າ​ນັ້ນ ຫາກ​​ສຳລັບ​ປະຊາ​ຄົມ​ໂລກ​ອີກ​ດ້ວຍ”, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ “ຈຳ​ເປັນ​ຕ້ອງ​ລົບ​ລ້າງ IS ອອກ​ຈາກ​​ເຂດພາກ​ພື້ນ​ທີ່​ອົງການ​ນີ້​​ໄດ້ສ້າງ​ຕັ້ງຢູ່ ອີຣັກ”. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນີ້, ບັນດາ​ຝ່າຍ​ໃຫ້​ຄຳໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ລັດຖະບານ​ໃໝ່​ຂອງ ອີຣັກ ​ໃນ​ບັ້ນ​ຮົບ​ຕ້ານ IS. ກໍ່​ໃນ​ກອງ​ປະຊຸມ​ດັ່ງກ່າວ, ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ “ຮັບປະກັນ​ວ່າພວກ IS ຈະ​ຖືກນຳ​ມາ​ພິພາກສາ”, ພ້ອມ​ກັນ​ນັ້ນ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ຖືກ​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ຈະ​ໄດ້​ຮັບ​ການ​ປະຕິບັດ, ພິ​ເສດ​ແມ່ນ​ໃນ​ຂອບ​ເຂດ​ຂອງ ສປຊ ​ແລະ ​ໃນ​ບັນດາ​ການ​ພົບ​ປະ​ຂັ້ນ​ສູງ​ທີ່ຈັດ​ຂຶ້ນ​ຢູ່​ນອກ​ກອງ​ປະຊຸມ​ໃຫຍ່ ສປຊ.

 


ຂ່າວ/ບົດ​ອື່ນ