(vovworld) - ຕອນບ່າຍວັນທີ 12/01, ຢູ່ສຳນັກງານສະພາແຫ່ງຊາດ, ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບວຽກງານພັກປີ 2016 ແລະ ຜັນຂະຫຍາຍໜ້າທີ່ປີ 2017. ທ່ານນາງເລຂາຄະນະພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງເລຂາຄະນະພັກສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຕີລາຄາວ່າ, ປີ 2016 ແມ່ນປີມີໜ້າທີ່ໜັກໜ່ວງຫຼາຍຢ່າງ, ແຕ່ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາກ່ຽວກັບການປະຕິບັດໜ້າທີ່ການເມືອງເປັນຢ່າງດີ. ທ່ານນາງ ຕ່ອງທິຟ໋ອງ, ເນັ້ນໜັກວ່າ, ປີ 2017 ແມ່ນປີທີ 2 ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ແມ່ນປີມີຄວາມໝາຍສຳຄັນໃນການປະຕິບັດສຳເລັດໂຄງການ, ແຜນການຂອງທັງອາຍຸການສະພາແຫ່ງຊາດຊຸດທີ 14, ສະນັ້ນ, ສະເໜີໃຫ້ອົງຄະນະພັກຫ້ອງວ່າການສະພາແຫ່ງຊາດ ຕ້ອງເສີມຂະຫຍາຍມູນເຊື້ອສາມັກຄີ, ແບບແຜນການປະຕິບັດງານຕ້ອງມີປະຊາທິປະໄຕ, ມີຫົວຄິດປະດິດສ້າງ, ປ່ຽນໃໝ່, ຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ, ລັດຖະກອນ ເພື່ອແນໃສ່ປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ.