(vovworld) - ຕອນເຊົ້າວັນທີ 22/12, ຢູ່ຮ່າໂນ້ຍ, ຄະນະແຂ່ງຂັນຍ້ອງຍໍສູນກາງ ໄດ້ຈັດກອງປະຊຸມຜ່ານເຄື່ອຂ່າຍອິນເຕີແນດ ກັບບັນດາແຂວງ, ນະຄອນ, ສະຫຼຸບວຽກງານແຂ່ງຂັນຍ້ອງຍໍປີ 2012 ແລະ ຕີລາຄາໝາກຜົນ 1 ປີແຫ່ງການຜັນຂະຫຍາຍຂະບວນການແຂ່ງຂັນ “ທົ່ວປະເທດກໍ່ສ້າງຊົນນະບົດໃໝ່”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການຊາບຊືມກ່ຽວກັບແນວຄິດຊີ້ນຳ “ມີຄວາມຫັນດີເຫັນພ້ອມສູງ, ແຂ່ງຂັນກັນ”, ເພື່ອທະວີຄູນອອກສູ່ທຸກຂັ້ນ, ທຸກຂະແໜງການ ແນໃສ່ປະຕິບັດໜ້າທີ່ປີ 2013 ຢ່າງມີໄຊ. ສຳລັບວຽກງານຍ້ອງຍໍ, ທ່ານນາງຮອງປະທານປະເທດ ຮຽກຮ້ອງວ່າ ຕ້ອງຄັດເລືອກໃຫ້ຖືກ ແລະ ມີປະຊາທິປະໄຕ, ຕ້ອງຮັບປະກັນການຍ້ອງຍໍໃຫ້ຜູ້ອອກແຮງງານໂດຍກົງ, ຜູ້ທີ່ສ້າງມູນຄ່າເພີ່ມ ແລະ ຍ້ອງຍໍບັນດາອົງການຈັດຕັ້ງນ້ອຍ.