ກອງປະຊຸມພາກສ່ວນ ຊ່ວຍວຽກຂອງຄະນະ ເລຂາສູນກາງພັກ
ທ່ານ Dinh The Huynh ກຳມະການກົມການເມືອງ,
ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ
(ພາບ: dinhthehuynh.com)
|
Vovworld- ຕອນເຊົ້າວັນທີ 12/6 ຢູ່ຮ່າໂນ້ຍ, ພາກສ່ວນຊ່ວຍວຽກຂອງຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມຕີລາຄາໝາກຜົນແຫ່ງການປະຕິບັດຄຳສັ່ງ 03 ຂອງກົມການເມືອງສູນກາງພັກກ່ຽວກັບ “ ການສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນ ” ໃນໄລຍະ 6 ເດືອນ ຕົນປີ 2012; ການຜັນຂະຫຍາຍໜ້າທີ່, ວິທີການແກ້ໄຂໃນໄລຍະທີ່ຈະເຖິງ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ Dinh The Huynh ກຳມະການກົມການເມືອງ, ເລຂາ ສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກຊີ້ແຈ້ງວ່າ ການປະຕິບັດຄຳສັ່ງ 03 ຂອງກົມການເມືອງສູນກາງພັກເປັນຢ່າງດີແມ່ນໜຶ່ງໃນບັນດາ ວິທີການແກ້ໄຂທີ່ສຳຄັນ ແນໃສ່ສະກັດກັ້ນ ແລະ ຍູ້ການເສື່ອມເສຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖິຊີວິດໃນຈຳນວນພະນັກງານ, ສະມາຊິກພັກ ແລະ ປະຊາຊົນພາກສ່ວນໜຶ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhanໄດ້ສະເໜີ ພາກສ່ວນຊ່ວຍວຽກຂອງຄະນະເລຂາສູນກາງພັກຄວນກຳນົດລະອຽດບາງໜ້າທີ່ ຈຸດສຸມໃນການ ຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນໃນໄລຍະ ທີ່ຈະມາເຖິງ ໂດຍຕິດພັນກັບບັນດາທ້ອງຖິ່ນ, ຂະແໜງການ, ຂັ້ນຕ່າງໆ.