(vovworld) - ວັນທີ 06/08, ໃນຂອບເຂດກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາຊຽນ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ, ໄດ້ດຳເນີນກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນ +3 (ເຊິ່ງລວມມີ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ), ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 5 (EAS FMM 5). ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ.
ທີ່ກອງປະຊຸມອາຊຽນ +3, ບັນດາລັດຖະມົນຕີ ໄດ້ເນັ້ນໜັກເຖິງການຮ່ວມມືອາຊຽນ +3 ແມ່ນຂອບເຂດຕົ້ນຕໍ່ເພື່ອຊຸກຍູ້ການຮ່ວມມື, ເຊື່ອມຕໍ່ພາກພື້ນ, ມຸ່ງໄປເຖິງຄາດໝາຍຍາວນານແມ່ນ ກໍ່ສ້າງປະຊາຄົນອາຊີຕາເວັນອອກ; ເຫັນດີສືບຕໍ່ຜັນຂະຫຍາຍແຜນການປະຕິບັດງານອາຊຽນ+3 ໄລຍະ 2013 – 2017, ກໍຄືຂໍ້ສະເໜີແນະຂອງກຸ່ມວິໄສທັດອາຊີຕາເວັນອອກ 2, ສຸມໃສ່ເຂົ້າໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ການເງິນ, ທ່ອງທ່ຽວ, ການສຶກສາ, ສິ່ງແວດລ້ອມ…
ທີ່ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດ EAS ຄັ້ງທີ 5, ເຊິ່ງລວມມີ 10 ປະເທດອາຊຽນ ແລະ 8 ປະເທດຄູ່ຮ່ວມມືແມ່ນ: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສຕາລີ, ອິນເດຍ, ນິວຊີແລນ, ລັດເຊຍ ແລະ ອາເມລິກາ, ບັນດາລັດຖະມົນຕີໄດ້ຢືນຢັນວ່າ ກອງປະຊຸມຍຸດຍອດອາຊີຕາເວັນອອກ ແມ່ນເວທີປາໄສຂອງບັນດາການນຳ ເພື່ອປຶກສາຫາລືບັນດາບັນຫາຍຸດທະສາດ, ກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ. ຕາມນັ້ນແລ້ວ, ບັນດາລັດຖະມົນຕີໄດ້ເປັນເອກະພາບກັນເພີ່ມທະວີ EAS, ໃນນັ້ນຕ້ອງມີກົນໄກຜັນຂະຫຍາຍບັນດາມະຕິຂອງການນຳຂັ້ນສູງ. ບັນດາລັດຖະມົນຕີກໍເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການເຊື່ອມຕໍ່ ແລະ ເຊື່ອມຕໍ່ພາກພື້ນ, ໃນນັ້ນມີການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ສຳເລັດໂດຍໄວ; ສືບຕໍ່ຍູ້ແຮງການຮ່ວມມືໃນ 6 ຂົງເຂດບຸລິມະສິດແມ່ນ: ພະລັງງານ, ການສຶກສາ, ການເງິນ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ເຊື່ອມຕໍ່ອາຊຽນ… ບັນດາລັດຖະມົນຕີເຫັນດີນຳກັນວ່າ ຈະອອກຖະແຫຼງການຮ່ວມສະເຫຼີມສະຫຼອງ 10 ປີແຫ່ງວັນ EAS ທີ່ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10 ເຊິ່ງຈະດຳເນີນໄປຢູ່ກົວລາລຳເປີ ໃນເດືອນ 11/2015. ພິທີອັດກອງປະຊຸມ AMM 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງກັບບັນດາປະເທດຄູ່ຮ່ວມມື ຖືກດຳເນີນໄປໃນຕອນຄໍ່າວັນດຽວກັນ.