ກອງປະຊຸມລະດູບານໃໝ່ IMF-WB

(VOVWORLD) - WB ມີວິໄສທັດ ແລະ ພາລະໜ້າທີ່ໃໝ່, ນັ້ນແມ່ນສ້າງໂລກບໍ່ມີຄວາມອຶດຫິວທຸກຍາກ.
ກອງປະຊຸມລະດູບານໃໝ່ IMF-WB  - ảnh 1ທ່ານປະທານ WB Ajay Banga ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: worldbank.org)

ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ກະຕຸກຊຸກຍູ້ໃຫ້ບັນດາປະເທດສະມາຊິກ ເພີ່ມທະວີກຳລັງຄວາມສາມາດເພື່ອໜູນຊ່ວຍບັນດາປະເທດທຸກຍາກກວ່າຕ້ານຄວາມອຶດຫິວທຸກຍາກ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາໃນວັນທີ 13 ຕຸລາ, ທີ່ກອງປະຊຸມຄົບຄະນະ ຂອງກອງປະຊຸມປະຈໍາປີລະດູບານໃໝ່ຂອງ IMF ແລະ WB ທີ່ຈັດຂຶ້ນຢູ່ Marrakech (Morocco).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານ WB Ajay Banga ໃຫ້ຮູ້ວ່າ: WB ມີວິໄສທັດ ແລະ ພາລະໜ້າທີ່ໃໝ່, ນັ້ນແມ່ນສ້າງໂລກບໍ່ມີຄວາມອຶດຫິວທຸກຍາກ.  WB ອາດສາມາດເພີ່ມກຳລັງໃຫ້ກູ້ຢຶມຕື່ມອີກກວ່າ 150 ຕື້ USD ໃນທົດສະວັດຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ທ່ານຍັງຖືວ່າ ສິ່ງດັ່ງກ່າວແມ່ນຍັງບໍ່ທັນພຽງພໍເທື່ອ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກສືບຕໍ່ໜູນຊ່ວຍສະມາຄົມພັດທະນາສາກົນ ຂອງທະນາຄານໂລກ - ເຊິ່ງແມ່ນອົງການສະໜອງບັນດາບ້ວງເງິນໃຫ້ກູ້ຢືມດ້ວຍດອກເບ້ຍເປັນ 0 ແລະ ດອກເບ້ຍຕ່ຳໃຫ້ບັນດາປະເທດທຸກຍາກທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ