ກອງປະຊຸມລະຫວ່າງ ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນ ປະເທດຫວຽດນາມ
(ພາບ:ktv.org.vn)
(vovworld)- ວັນທີ 5/7, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດສົມທົບກັບກະຊວງປ້ອງກັນປະເທດຈັດກອງປະຊຸມຜ່ານເຄືອຂ່ານອິນເຕີເນັດກ່ຽວກັບການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນ 6 ເດືອນຕົ້ນປີ 2013. ໃນລໄຍະຜ່ານມາ, ກຳລັງຕຳຫຼວດ ແລະ ທະຫານ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບຂໍ້ກຳນົດສົມທົບກັນຢ່າງມີປະສິດທິຜົນ, ຮັກສາອະທິປະໄຕຄວາມສະຫງົບປອດໄພແຫ່ງຊາດ, ຮັກສາສະຖຽນລະພາບດ້ານການເມືອງໃຫ້ໝັ້ນຄົງ. ນະທີ່ນີ້, ທ່ານໂດ໋ບາຕິ ຫົວໜ້າເສນາທິການໃຫ່ຍກອງທັບ ປຊຊ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ປາດຖະໜາວ່າ, ກຳລັງທະຫານ-ຕະຫລວດຈະສືບຕໍ່ຜັນຂະຫຍາຍປະຕິບັດບັນດາວິທີການ, ແຜນການເປັນຢ່າງດີ, ຕໍ່ສູ້ຕ້ານບັນດາກົນອຸບາຍຕ້ານທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ແລະ ພວກອາດຊະຍາກຳ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.