ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ

(VOVWORLD) - ໃນລະຫວ່າງວັນທີ 5 – 6 ກຸມພາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມວົງແຄບຢູ່ ສິງກະໂປ.
ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ - ảnh 1 ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ

ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດທຳອິດຂອງ ອາຊຽນ ໂດຍ ສິງກະໂປ ເປັນເຈົ້າພາບຈັດຕັ້ງໃນປີ 2018, ປີທີ 3 ຜັນຂະຫຍາຍປະຊາຄົມ ອາຊຽນ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີຢ່າງສູງ ຕໍ່ຫົວຂໍ້ ອາຊຽນ 2018 ແມ່ນກໍ່ສ້າງ “ອາຊຽນ ເຂັ້ມແຂງ ແລະ ນະວັດຕະກຳ”, ເນັ້ນໜັກວ່າ ຄວນຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງທຸກດ້ານຂອງພາກພື້ນ, ທັງໃນບັນດາເນື້ອໃນດ້ານການເມືອງ - ຄວາມສະຫງົບປອດໄພ ທັງການຮ່ວມມືເສດຖະກິດ - ການຄ້າ ແນໃສ່ຍົກສູງນ້ຳໃຈສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບ ສະເໜີການນຳຂັ້ນສູງຮັບຮອງເອົາຖະແຫຼງການວິໄສທັດບັນດາການນຳ ອາຊຽນ ກ່ຽວກັບ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ນະວັດຕະກຳ ແລະ ຖະແຫຼງການບັນດາການນຳກ່ຽວກັບການຮ່ວມມືຄວາມປອດໄພທາງອິນເຕີແນັດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຫົວໜ້າຄະນະ ຫວຽດນາມ ສະແດງຄວາມເຫັນດີຢ່າງສູງດ້ວຍຫົວຂໍ້ ແລະ ຈຸດສຸມແຫ່ງການຮ່ວມມື ອາຊຽນ ໂດຍ ສິງກະໂປ, ປະເທດຮັບຖານະເປັນປະທານ ອາຊຽນ 2018 ສະເໜີ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ກໍ່ສະເໜີບັນດາປະເທດຢືດໝັ້ນຕໍ່ບັນດາທັດສະນະຂອງ ອາຊຽນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນດາເນື້ອໃນກ່ຽວກັບທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ