ກອງປະຊຸມວິທະຍຸ ກະຈາຍສຽງອາຊີ 2013 ບັນລຸຜົນສຳເລັດດ້ວຍຂີດໝາຍຫຼາຍຢ່າງ

ກອງປະຊຸມວິທະຍຸ ກະຈາຍສຽງອາຊີ 2013 ບັນລຸຜົນສຳເລັດດ້ວຍຂີດໝາຍຫຼາຍຢ່າງ - ảnh 1
ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ ອາຊີ 2013 ດຶງດູດຜູ້ແທນເກືອບ 500 ຄົນເຂົ້າຮ່ວມ

(vovworld) – ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ ອາຊີ 2013 (Radio Asia 2013) ຖືກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 31/7, ພາຍຫຼັງດຳ​ເນີນ​ມາ​ເປັນ​ເວລາ​ 3. ກອງ​ປະຊຸມ​ໂດຍ ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃຫ້​ເພື່ອນ​ມິດສາ​ກົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ອັດ​ກອງ​ປະຊຸມ, ທ່ານ​​ເລຂາທິການ​ໃຫຍ່​ສູນ​ຂໍ້​ມູນ​ສື່ມວນ​ຊົນ ​ແລະ ສື່​ສານ ອາຊີ (AMIC) Martin Hadlow ຢືນຢັນ​ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ ອາຊີ 2013 ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ພ້ອມ​ທັງ​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດຖະບານ ຫວຽດນາມ ທີ່​ມີ​ຕໍ່​ຂະ​ແໜງ​ກະຈາຍສຽງ ກໍ່​ຄື​ຄວາມ​ມານະ​ພະຍາຍາມ​ຂອງ VOV ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ.

    ທີ່​ກອງ​ປະຊຸມ, ບັນ​ດາ​ຊ່ຽວຊານ​ກະຈາຍສຽງ​ກຳນົດ​ບັນດາ​ຄວາມກ້າວ​ໜ້າ​ກ່ຽວ​ກັບ​ດ້ານ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ສັງຄົມ​ພວມ​ສວມ​ບົດບາດ​ນັບ​ມື້​ນັບ​ສຳຄັນ, ​ແມ່ນ​ບັນດາ​​ເຄື່ອງມື​ທີ່​ສຳຄັນ​ຊ່ວຍ​ໃຫ້​ບັນດາ​ວິທະຍຸ​ກະຈາຍສຽງ ອາດ​ຈະ​ເຕີບ​ໃຫຍ່, ​ເຂັ້ມ​ແຂງ ​ແລະ ມີ​ຊີວິດ​ຊີວາ​​ກ່ວາ. ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ ອາຊີ 2013 ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຜູ້​ເຮັດ​ວຽກ​ງານ​ກະຈາຍສຽງ ຫວຽດນາມ ​ແບ່ງປັນ​ບົດຮຽນ, ​ແລກປ່ຽນ ​ແລະ ຮຳ່ຮຽນ​ເອົາ​ບົດຮຽນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກໍ່​ຄື​ບັນດາ​ປະ​ເທດທີ່​ມີ​ພື້ນຖານ​ກະຈາຍສຽງ​ກ້າວໜ້າ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ຄື ອັງກິດ, ຝຣັ່ງ.

 

ຂ່າວ/ບົດ​ອື່ນ