(vovworld) - ໃນຂອບເຂດລາຍການ “ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນ ເຂດຕາເວັນຕົກສ່ຽງເໜືອ“, ເຊິ່ງຈັດຕັ້ງຢູ່ເມືອງໂມກເຈົາ, ແຂວງເຊີນລາ ນັ້ນ. ຕອນເຊົ້າວັນທີ 4/4 ໄດ້ດຳເນີນ ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດຕາເວັນຕົກສ່ຽງເໜືອ ແລະ ຍ້ອງຍໍບັນດາວິສາຫະກິດທີ່ດີເດັ່ນ. ທີ່ກອງປະຊຸມ, ບັນດານັກຄຸ້ມຄອງ, ນັກວິທະຍາສາດ ແລະ ນັກລົງທຶນ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດແລກປ່ຽນກ່ຽວກັບວຽກງານຄຸ້ມຄອງລັດ, ບັນດາກົນໄກນະໂຍບາຍ, ສະພາບແວດລ້ອມແຫ່ງການລົງທຶນ, ກໍ່ຄືການສ້າງຕັ້ງການພົວພັນຮ່ວມມື, ຮ່ວມສຳພັນພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຕາເວັນຕົກສ່ຽງເໜືອ. ຄະນະຈັດຕັ້ງໄດ້ຍ້ອງຍໍວິສາຫະກິດທີ່ດີເດັ່ນ 59 ແຫ່ງ, ທີ່ໄດ້ມີການປະກອບສ່ວນພິເສດເຂົ້າໃນການພັດທະນາລວມຂອງເຂດ, ຕັ້ງໜ້າເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຊົນຜູ້ທຸກຍາກ. ທ່ານ ເຈືອງຊວນກື່, ຮອງຫົວໜ້າຄະນະຮັບຜິດຊອບຄະນະຊີ້ນຳ ເຂດຕາເວັນຕົກສ່ຽງເໜືອ, ໃຫ້ຮູ້ວ່າ
“ພວກເຮົາຕ້ອງຢືນຢັນວ່າ, ຢາກພັດທະນາເຂດຕາເວັນຕົກສ່ຽງເໜືອ, ແມ່ນຕ້ອງມີນັກລົງທຶນ, ດັ່ງນັ້ນການຮຽກຮ້ອງ, ດຶງດູດບັນດານັກລົງທຶນເຂົ້າລົງທຶນໃນເຂດແມ່ນມີຄວາມຈຳເປັນທີ່ສຸດ. ນອກຈາກບັນດາກົນໄກນະໂຍບາຍແລ້ວ, ແມ່ນຕ້ອງໂຄສະນາ, ຂົນຂວາຍບັນດາວິສາຫະກິດ, ບັນດານັກລົງທຶນຕື່ມອີກເພື່ອໃຫ້ເຂົາເຈົ້າແບ່ງປັນຄວາມຫຍຸ້ງຍາກ ແລະ ຊ່ວຍເຫລື້ອປະຊາຊົນເຂດຕາເວັນຕົກສ່ຽງເໜືອ“.
ການລົງທຶນຂອງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ຈະປະກອບສ່ວນຊ່ວຍ ເຂດຕາເວັນຕົກສ່ຽງເໜືອ ມີແຫຼ່ງກຳລັງຕື່ມອີກເພື່ອສືບຕໍ່ປຸກລຸກຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກາລະໂອກາດຮ່ວມມືລົງທຶນ, ປະກອບສ່ວນລົບລ້າງຄວາມທຸກຍາກ, ອຶດຫີວ, ພັດທະນາເສດຖະກິດ - ສັງຄົມ, ຍົກສູງຊີວິດການເປັນຢູ່ໃຫ້ປະຊາຊົນໃນເຂດຕາເວັນຕົກສ່ຽງເໜືອ.