ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
|
(vovworld)-ກອງປະຊຸມດັ່ງກ່າວຖືກໄຂຂຶ້ນໃນຕອນເຊົ້າວັນທີ 16/5 ຢູ່ ແຂວງ ຮ່າຢາງ, ໂດຍຄະນະກຳມະການປະຊາຊົນແຂວງ ຮ່າຢາງ ສົມທົບກັບຄະນະຊີ້ນຳເຂດໄຕບັກ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງຂຶ້ນ. ທີ່ກອງປະຊຸມ, ບັນດາຜູ້ແທນ ແລະ ຜູ້ຕາງຫນ້າວິສາຫະກິດ, ອົງການຈັດຕັ້ງສາກົນ ໄດ້ປຶກສາຫາລື, ຕີລາຄາສັງລວມສະພາບຕົວຈິງ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ການກຳນົດທິດ, ທັດສະນະ ແລະ ນະໂຍບາຍບຸລິມະສິດດຶງດູດການລົງທຶນຂອງແຂວງ ຮ່າຢາງໃນປີ 2014 ແລະ ຊຸມປີຕໍ່ໄປ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວຫນ້າຄະນະຊີ້ນຳເຂດໄຕບັກ ໄດ້ສະເຫນີແຂວງ ຮ່າຢາງ ຄວນສືບຕໍ່ສຳເລັດການວາງແຜນກຳນົດພັດທະນາເສດຖະກິດສັງຄົມ, ມີກົນໄກນະໂຍບາຍບຸກທະລຸ ລະດົມທຸກແຫລ່ງກຳລັງປະຕິບັດການວາງແຜນກຳນົດ. ຮ່າຢາງຄວນມີບັນຊີລາຍຊື່ໂຄງການເພ່ືອດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ແຂວງ ບັນດາກະຊວງ, ຂະແຫນງການສູນກາງ, ບັນດາອົງການຈັດຕັ້ງສາກົນ ຄວນເອົາໃຈໃສ່ເຖິງແຂວງ ຮ່າຢາງ ບໍ່ພຽງແຕ່ພັດທະນາພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຫລຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງຜັນຂະຫຍາຍບັນດາໂຄງການອະນຸລັກຮັກສາວັດທະນະທຳ