ກອງປະຊຸມສົ່ງເສີມການລົງທຶນແຂວງ ຟູ໋ອຽນ ປີ 2018

(VOVWORLD) - ຄາດວ່າ, ມີຜູ້ແທນກ່ວາ 500 ຄົນເຊິ່ງແມ່ນ: ການນຳລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ; ບັນດາສະຖານທູດ, ສະຖານກົງສູນ, ບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ; ບັນດານັກທຸລະກິດ

ກອງປະຊຸມສົ່ງເສີມການລົງທຶນແຂວງ ຟູ໋ອຽນ ປີ 2018 ດ້ວຍຫົວຂໍ້ “ຟູ໋ອຽນ - ການຮ່ວມມືລົງທຶນ ແລະ ພັດທະນາ” ຈະຈັດຕັ້ງໃນວັນທີ 19 ມັງກອນ. ທີ່ການປະຊຸມຂ່າວຈັດຕັ້ງໃນຕອນບ່າຍວັນທີ 15 ມັງກອນ, ຄະນະກຳມະການປະຊາຊົນແຂວງ ຟູ໋ອຽນ ໃຫ້ຮູ້ວ່າ: ຄາດວ່າ, ມີຜູ້ແທນກ່ວາ 500 ຄົນເຊິ່ງແມ່ນ: ການນຳລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ; ບັນດາສະຖານທູດ, ສະຖານກົງສູນ, ບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ; ບັນດານັກທຸລະກິດ, ນັກລົງທຶນພາຍໃນປະເທດ ແລະ ສາກົນເຂົ້າຮ່ວມກອງປະຊຸມ. ທ່ານ ຟານດິ່ງຟູ່ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຟູ໋ອຽນ, ໃຫ້ຮູ້ວ່າ:

        “ນີ້ແມ່ນເຫດການສຳຄັນພິເສດສຳລັບແຂວງ ຟູ໋ອຽນ, ດັ່ງນັ້ນ, ວຽກງານຈັດຕັ້ງຕ້ອງໄດ້ຮັບການກະກຽມຢ່າງແໜ້ນແຟ້ນ, ລະອຽດລະອໍ ແລະ ລອບຄອບຖີ່ຖ້ວນທີ່ສຸດ. ຮອດຈຸດເວລານີ້, ພວກຂ້າພະເຈົ້າໄດ້ເຊື່ອມຕໍ່ບັນດາອົງການກ່ຽວຂ້ອງ, ບັນດານັກລົງທຶນ ເພື່ອປະຕິບັດບັນດາເນື້ອໃນຂອງກອງປະຊຸມຕາມຄຳຮຽກຮ້ອງ. ພິເສດແມ່ນການມອບຂໍ້ຕົກລົງວ່າດ້ວຍການລົງທຶນ, ການມອບແຈ້ງການ, ອະນຸຍາດໃຫ້ສຳຫຼວດລົງທຶນຢູ່ ຟູ໋ອຽນ ຍ້ອນບັນດາພາກສ່ວນນີ້ມີຄວາມສຳຄັນ, ຕັດສິນເຖິງຜົນສຳເລັດຂອງກອງປະຊຸມ.”

ຕອບກັບ

ຂ່າວ/ບົດ​ອື່ນ