ກອງປະຊຸມສິ່ງແວດລ້ອມແຫຼ່ງນ້ຳອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ12
(ພາບປະກອບ)
(vovworld) - ວັນທີ 29/11, ກອງປະຊຸມສິ່ງແວດລ້ອມແຫຼ່ງນ້ຳ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 12 ປີ 2016 ດຳເນີນຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດານັກວິທະຍາສາດ, ນັກຄຸ້ມຄອງ, ວາງແຜນນະໂຍບາຍ, ບັນດາອົງການຄົ້ນຄວ້າຈາກຫລາຍແຫ່ງໃນໂລກ. ນີ້ແມ່ນເວທີປາໄສ ແລະ ຕາໜ່າງສຳຄັນລະຫວ່າງບັນດານັກຄົ້ນຄວ້າ, ນັກຄຸ້ມຄອງ ແລະ ບັນດານັກຊ່ຽວຊານໃນພາກພື້ນ ເພື່ອແບ່ງປັນຂໍ້ມູນຂ່າວ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນການຄຸ້ມຄອງຂົງເຂດສິ່ງແວດລ້ອມແຫຼ່ງນ້ຳ. ເນື້ອໃນຕົ້ນຕໍ ເຊິ່ງບັນດາຜູ້ແທນແບ່ງປັນລວມມີ: ການຄຸ້ມຄອງແຫຼ່ງນ້ຳ ແລະ ເຕັກໂນໂລຢີບຳບັດນ້ຳ. ບັນດາຜູ້ແທນເອົາໃຈໃສ່ເຖິງສິ່ງແວດລ້ອມນ້ຳແຄມທະເລ ແລະ ນອກຝັ່ງ, ນ້ຳຖ້ວມໃນຕົວເມືອງ ແລະ ຜົນກະທົບຕໍ່ສຸຂະພາບ, ຄວບຄຸມມົນລະພິດນ້ຳລິນ ເພື່ອປ້ອງກັນ ແລະ ຫລຸດຜ່ອນຜົນກະທົບຂອງບັນດາຂະແໜງອຸດສາຫະກຳ; ສະໜອງນ້ຳ ແລະ ບຳບັດນ້ຳ; ບຳບັດ ແລະ ຄຸ້ມຄອງນ້ຳເສຍ; ການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງສິ່ງແວດລ້ອມແຫຼ່ງນ້ຳ; ບັນດາບັນຫາມົນລະພິດທີ່ຫາກໍ່ພົ້ນເດັ່ນ ແລະ ເຕັກໂນໂລຢີບຳບັດສິ່ງແວດລ້ອມ; ບັນດາເຕັກໂນໂລຢີທີ່ເໝາະສົມໃນການບຳບັດນ້ຳ ແລະ ອະນາໄມ. ນີ້ແມ່ນເວທີປາໄສໃຫຍ່ຈັດຂຶ້ນປະຈຳປີ ເພື່ອແບ່ງປັນຂໍ້ມູນຂ່າວໃນການຄົ້ນຄວ້າ, ບົດຮຽນໃນຂົງເຂດສິ່ງແວດລ້ອມແຫຼ່ງນ້ຳ, ພິເສດແມ່ນໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.