ກອງປະຊຸມສຸດຍອດນະຄອນອັດສະລິຍະ 2019 - ດາໜັງ: ສ້າງນະຄອນ ອັດສະລິຍະແລະ ປອດໄພ ດ້ວຍບັນດາມາດຕະການດີຈີຕອນ
(VOVWORLD) -ວັນທີ 23 ຕຸລາ, ຢູ່ນະຄອນດາໜັງ ໄດ້ດຳເນີນກອງປະຊຸມສຸດຍອດນະຄອນອັດສະລະຍະ 2019-ດາໜັງ ( Smart City Summit 2019- Da Nang) ດ້ວຍຫົວຂໍ້ວ່າ “ສ້າງນະຄອນອັດສະລິຍະ ແລະ ປອດໄພ ດ້ວຍມາດຕະການດີຈີຕອນ”. ມີຜູ້ແທນຫຼາຍກວ່າ 500 ທ່ານ.ທີ່ເປັນການນຳຂອງບັນດານະຄອນອັດສະລິຍະໃນໂລກ, ນັກວິທະຍາສາດ, ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າຮ່ວມກອງປະຊຸມ.
ທ່ານ ຮິ່ງດຶກເທີ ປະທານຄະນະກຳມະການປະຊາຊົນ ນະຄອນດາໜັງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)
|
ກອງປະຊຸມໄດ້ແບ່ງປັນກ່ຽວກັບວິໄສທັດ, ຍຸດທະສາດ ແລະບົດຮຽນໃນການກໍ່ສ້າງຕົວເມືອງອັດສະລິຍະ; ບັນດາມາດຕະການຄຸ້ມຄອງ, ການວາງແຜນຜັງພັດທະນາຕົວເມືອງອັດສະລິຍະ ໃຫ້ສອດຄ່ອງກັບການພັດທະນາຂອງບັນດານະຄອນ ໂດຍອີງໃສ່ພື້ນຖານເຕັກໂນໂລຊີໃໝ່ ຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮິ່ງດຶກເທີ ປະທານຄະນະກຳມະການປະຊາຊົນ ນະຄອນດາໜັງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກຳນົດນະຄອນອັດສະລິຍະ ບໍ່ພຽງແຕ່ຫັນປ່ຽນການຄຸ້ມຄອງ, ບໍລິຫານ ຈາກຄວາມຮູ້ທີ່ເປັນມູນເຊື້ອ ຜ່ານການອີງໃສ່ຂໍ້ມູນ ແລະບັນດາມາດຕະການ ກ່ຽວກັບເຕັກໂນໂລຊີເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາໂຄງການທີ່ເປັນກຳລັງໜູນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນດາໜັງອີກດ້ວຍ. ກອງປະຊຸມແມ່ນໂອກາດສຳຄັນ ເພື່ອໃຫ້ບັນດາອົງການຈັດຕັ້ງ ຂອງນະຄອນ ໄດ້ສຳຜັດ, ປຶກສາຫາລື ກັບບັນດາຄູ່ຮ່ວມມື, ນັກຊ່ຽວຊານທັງຢູ່ພາຍໃນ ແລະຕ່າງປະເທດ ກ່ຽວກັບຮູບແບບ, ເຕັກໂນໂລຊີ, ມາດຕະການ, ນະໂຍບາຍນຳໃຊ້ ເພື່ອຜັນຂະຫຍາຍບັນດາລະບົບໝູນໃຊ້ແບບອັດສະລິຍະ”
ຢູ່ນອກກອງປະຊຸມ, ກໍ່ໄດ້ດຳເນີນງານວາງສະແດງ ແນະນຳຜະລິດຕະພັນ ແລະການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຂອງບັນດາວິສາຫະກິດທີ່ຢູ່ພາຍໃນປະເທດ, ແລະສາກົນ ກ່ຽວກັບການນຳໃຊ້ Smart City ເຂົ້າສູ່ຂົງເຂດການສຶກສາ, ກະສິກຳ, ຄົມມະນາຄົມ, ສາທາລະນະສຸກ, ການທ່ອງທ່ຽວ…