ກອງປະຊຸມສຸດຍອດ ລະຫວ່າງ ລັດເຊຍ - ສປປ.ເກົາຫຼີ: ການນໍາ Kim Jong-un ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມ ສປປ.ເກົາຫຼີ
(VOVWORLD) -ການນໍາ ສປປ.ເກົາຫຼີ ໄດ້ເຊື້ອເຊີນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມ ສປປ.ເກົາຫຼີ ແລະ ທ່ານ Putin ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”.
ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃນວັນທີ 25 ເມສາ ໄດ້ໃຫ້ຂ່າວວ່າ ທີ່ກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ສປປ.ເກົາຫຼີ ເຊິ່ງຈັດຂຶ້ນຢູ່ Vladivostok ຂຶ້ນກັບເຂດຕາເວັນອອກໄກຂອງ ລັດເຊຍ, ການນໍາ ສປປ.ເກົາຫຼີ ໄດ້ເຊື້ອເຊີນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມ ສປປ.ເກົາຫຼີ ແລະ ທ່ານ Putin ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”.
ທ່ານ Putin ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”
ການນໍາ ສປປ.ເກົາຫຼີ ໄດ້ເຊື້ອເຊີນທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄປຢ້ຽມຢາມ ສປປ.ເກົາຫຼີ ແລະ ທ່ານ Putin ກໍ “ຕ້ອນຮັບຄໍາເຊີນດ້ວຍຄວາມຍິນດີ”. (ພາບ: Reuters)
|
ໃນຂະນະນັ້ນ, ເມື່ອເຕື້ອງເຖິງກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ສປປ.ເກົາຫຼີ, ທ່ານ Konstantin Kosachev ປະທານກໍາມາທິການພົວພັນຕ່າງປະເທດ ຂຶ້ນກັບ ສະພາສູງ ລັດເຊຍ ຖືວ່າ ອາເມລິກາ ອາດຈະມີປະຕິກິລິຍາຫຍໍ້ທໍ້ ຕໍ່ໝາກຜົນຂອງການພົບປະລະຫວ່າງ ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ການນໍາ Kim Jong-un. ຕາມທ່ານ Kosachev ແລ້ວ, ວໍຊິງຕັນ ຍາມໃດກໍຖືວ່າ ອາເມລິກາ ແມ່ນປະເທດໜຶ່ງດຽວທີ່ມີສິດແກ້ໄຂບັນດາການປະທະກັນສາກົນ, ສະນັ້ນ ຍາມໃດກໍມີປະຕິກິລິຍາຫຍໍ້ທໍ້ ແລະ ຊອກຫາວິທີກໍ່ຄວາມບໍ່ລົງລອຍກັນລະຫວ່າງບັນດາຝ່າຍເຈລະຈາ.
ເຖິງຢ່າງໃນກໍຕາມ, ວັນທີ 25 ເມສາ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືໃນຄວາມມານະພະຍາຍາມປອດນິວເຄຼຍຢູ່ແຫຼມເກົາຫຼີ.
ໃນເຫດການທີ່ກ່ຽວຂ້ອງ, ພາຍຫຼັງ ການເຈລະຈາທີ່ແກ່ຍາວເປັນເວລາ 3 ຊົ່ວໂມງເຄິ່ງ ກັບການນໍາ Kim Jong –un ແຕ່ບໍ່ສາມາດອອກຖະແຫຼງການຮ່ວມ ຫຼື ລົງນາມໃນບັນດາເອກະສານຮ່ວມນັ້ນ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຈັດຖະແຫຼງຂ່າວໃນເວລາສັ້ນ ກ່ຽວກັບໝາກຜົນຂອງການເຈລະຈາ. ທ່ານເນັ້ນໜັກວ່າ ກອງປະຊຸມເຈລະຈາລະຫວ່າງສອງຝ່າຍ ແມ່ນລະອຽດທີ່ສຸດ ແລະ ທ່ານກໍໄດ້ສະແດງຄວາມຄວາມເພິ່ງພໍໃຈຕໍ່ການເຈລະຈາ, ໃນນັ້ນ, ສອງຝ່າຍໄດ້ປຶກສາຫາລືຢ່າງເປີດອົກເປີດໃຈ ແລະ ກົງໄປກົງມາ ກ່ຽວກັບບັນດາບັນຫາຂອງແຜນການດໍາເນີນງານ ລວມທັງບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງສໍາເນົາເອກະສານປອດນິວເຄຼຍຂອງ ສປປ.ເກົາຫຼີ, ການພົວພັນລະຫວ່າງ ລັດເຊຍ - ສປປ.ເກົາຫຼີ; ການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ, ແຕ່ເນື້ອໃນຕົ້ນຕໍແມ່ນ ວິວັດທະນາການປອດນິວເຄຼຍຢູ່ແຫຼມເກົາຫຼີ ຢ່າງສິ້ນເຊີງ.