ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ອີຢູ ໄດ້ຮັບຄວາມຫວັງວ່າ ຈະປັບປຸງການພົວພັນຮ່ວມມືສອງຝ່າຍ
(VOVWORLD) - “ກອງປະຊຸມສຸດຍອດ ສະຫະພາບເອີຣົບ (ອີຢູ) ແລະ ອາເມລິກາ ທີ່ຈະຖືກດຳເນີນໃນຕໍ່ໜ້າ ຄາດວ່າສຸມໃສ່ 4 ຂົງເຂດ, ໃນນັ້ນມີບັນຫາໂລກລະບາດໂຄວິດ - 19 ແລະ ພະລັງງານຂຽວ, ພ້ອມກັນນັ້ນ ກໍໝັ້ນໝາຍວ່າຈະກາຍເປັນຂີດໝາຍໃໝ່ໃນການປັບປຸງການຮ່ວມມືສອງຝ່າຍ.”
“ກອງປະຊຸມສຸດຍອດ ສະຫະພາບເອີຣົບ (ອີຢູ) ແລະ ອາເມລິກາ ທີ່ຈະຖືກດຳເນີນໃນຕໍ່ໜ້າ ຄາດວ່າສຸມໃສ່ 4 ຂົງເຂດ, ໃນນັ້ນມີບັນຫາໂລກລະບາດໂຄວິດ - 19 ແລະ ພະລັງງານຂຽວ, ພ້ອມກັນນັ້ນ ກໍໝັ້ນໝາຍວ່າຈະກາຍເປັນຂີດໝາຍໃໝ່ໃນການປັບປຸງການຮ່ວມມືສອງຝ່າຍ.” ນີ້ແມ່ນຄຳປາໄສຂອງທ່ານນາງ Ana Paula Zacarias ຜູ້ຮັບຜິດຊອບກ່ຽວກັບບັນດາບັນຫາເອີຣົບ ຂອງ ປ໋ອກຕຸຍການ ທີ່ໄດ້ກ່າວວັນທີ 9 ມິຖຸນາ ຢູ່ລັດຖະສະພາເອີຣົບ. ປັດຈຸບັນ, ປ໋ອກຕຸຍການ ພວມດຳລົງຕຳແໜ່ງເປັນປະທານໝູນວຽນຂອງສະພາເອີຣົບ. ທ່ານນາງ Zacarias ກໍໃຫ້ຮູ້ວ່າ ອີຢູ ຢາກເປັນເອກະພາບກັບ ອາເມລິກາ ກ່ຽວກັບໂຄງການດຳເນີນງານທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງໃນ 4 ຂົງເຂດຫຼັກແຫຼ່ງ. ທີໜຶ່ງແມ່ນ ຕ້ານໂລກລະບາດໂຄວິດ - 19, ຊຸກຍູ້ການຟື້ນຟູແບບຍືນຍົງໃນທົ່ວໂລກ. ທີສອງແມ່ນ, ປົກປັກຮັກສາໜ່ວຍໂລກ ແລະ ຊຸກຍູ້ການເຕີບໂຕຂຽວ. ທີສາມແມ່ນ, ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ເຕັກໂນໂລຢີ. ທີສີ່ແມ່ນ, ສ້າງໂລກແຫ່ງປະຊາທິປະໄຕ, ສັນຕິພາບ ແລະ ປອດໄພກວ່າ… ທ່ານນາງກໍສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ ອາດຈະກາຍເປັນຂີດໝາຍສຳຄັນໃນການຟື້ນຟູ ແລະ ປັບປຸງການພົວພັນຄູ່ຮ່ວມມືລະຫວ່າງ ອີຢູ ແລະ ອາເມລິກາ.